ສະມາຄົມ ນັກຮົບເກົ່າ ຫວຽດນາມ ຢູ່ ລາວ ໄປຢ້ຽມຢາມ ສະໜາມຮົບເກົ່າ.

ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ປະຈຳ​ລາວ​ໃຫ້​ຂ່າວວ່າ, ​ໃນ​ໂອກາດ​ສະ​ເຫຼີ​ມສະ​ຫຼອງ 67 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບປະຊາຊົນ ຫວຽດນາມ ​ແລະ ວັນ​ສະຖາ​ປານາ ສປປ ລາວ. ສູນ​ການສຶກສາ​ມູນ​ເຊື້ອ ​ແລະ ປະຫວັດ​ສາດ​ ຫວຽ​ດນາມ ​ໄດ້​ສົມທົບ​ກັບ​ສະມາຄົມ​ນັກຮົບ​ເກົ່າ​ຈັດ​ຕັ້ງ​ການ​ໄປຢ້ຽ​ມຢາມສະໜາມຮົບ​ເກົ່າ. ​ເຂົ້າຮ່ວມ​ເດີນທາງ​ພ້ອມ​ກັບຄະນະ​ມີ​ຫຼາຍ​ຄົນ​ອາ​ດິດ​ແມ່ນນາຍ​ພົນ, ນາຍ​ທະຫານ​ຂັ້ນ​ສູງ, ພະນັກງານ, ນັກຮົບ​ອາສາ​ສະໝັກ ຫວຽດນາມ ​ທີ່ໄດ້​ຊ່ວຍ​ເຫຼືອ​ກອງທັບປະຊາຊົນ ລາວ ​ນັບ​ຕັ້ງ​ແຕ່ແຕ່​ວັນ​ໄດ້​ຮັບ​ການ​​ກໍ່ຕັ້ງ ​ແລະ ​ເຂົ້າ​ຮ່ວມຕໍ່ສູ້​ໂດຍ​ກົງ​ຢູ່ ລາ​ວ. ທ່ານ ​ເລ​ຊວນ​ນຽມ, ຫົວ​ໜ້າຄະນະ​ໃຫ້​ຮູ້​ວ່າ.

“ການ​ໄປ​ຢ້ຽມຢາມ​ຄັ້ງ​ນີ້​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລີກ​ເຊິ່ງ​ໃຫ້​ແກ່​ບັນດາ ລຸງ​ປ້າ ​ແລະ ອ​້າຍ​ເອື້ອຍໃນ​ຄະ​ນະ. ​ເຖິງ​ວ່າການ​​ເດີນທາງຢ້ຽມຢາມ​ຄັ້ງນີ້ມີ​ຄວາມລຳບາກຫຼາຍ ແຕ່​ທຸກ​ຄົນ​ກໍ່​ມີ​ຄວາມ​​ແຂງແຮງ​ ແລະ ມ່ວນ​ຊື່ນ. ການ​ໄປ​ຢ້ຽມຢາມ​ຄັ້ງ​ນີ້​ໄດ້​ປະກອບສ່ວນ​ປຸກລຸກ​ກຳລັງ​ຊີວິດ ຫວຽດນາມ. ປຸກລຸກຄວາມ​ເອກອ້າງທະນົງ​ໃຈຂອງ​ຊາດ, ປຸກ​ລຸກ ສິນ​ທຳ​ທີ່​ວ່າ ກິນ​​ເຂົ້າຄິດ​ຮອດ​ຄຸນ​ນາ​ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ ​ແລະ ​ເສີມ​ຂະຫຍາຍ​ຄວາມ​ສາມັກຄີ​ສາກົນ”.

​ແລະ​ໃນ​ຕອນ​ຄໍ່າ​ວັນ​ທີ 27 ທັນວາ, ຢູ່​ໂຮງຮຽນ ຫງວຽນ​ຢູ, ວຽງ​ຈັນ, ​ໄດ້​ຈັດການ​ພົບ​ປະ​​ແລ​ກປ່ຽນສິລະ​ປະວັດທະນະທຳ, ຫວນ​ຄືນມູນ​​ເຊື້​ອລະຫວ່າງ​ອາ​ດິດນັກຮົບ, ທະຫານ​ອາສາ​ສະມັກ ຫວຽ​ດນາມ ກັບ​ບັນດາ​ນັກຮຽນ, ພໍ່​​ແມ່​ພີ່ນ້ອງແມ່ນ​ຊາວ ຫວຽດນາມ​ອາ​ໄສ​ຢູ່​ລາວ. ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ອາ​ດິດນັກຮົບ ຫວຽດນາມ ​ໄດ້​ມອບ​ທຶນການ​ສຶກສາ 20 ທຶນໃຫ້​ແກ່​ນັກຮຽນ​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ຮຳ່ຮຽນ, ມອບ​ປື້​ມ​ກ່ຽວ​ກັບ​ລູງ​ໂຮ່, ກ່ຽວ​ກັບ​ປະຫວັດສາດ​ຫວຽດນາມ, ມູນ​ເຊື້ອ ​ແລະ ຈິດ​ໃຈ​ສາມັກຄີ​ຂອງ 2 ຊາດ ຫວຽດນາມ - ລາວ ນັບ​ຮ້ອຍໆ​ຫົວ .
ຂ່າວ/ບົດ​ອື່ນ