ສະມາຄົມ ເຊັກໂກ - ຫວຽດນາມ: 20 ປີແຫ່ງການຮ່ວມເດີນທາງພ້ອມກັບຊາວ ຫວຽດນາມ

(VOVWORLD) - ນີ້ແມ່ນຄຳເຫັນຂອງທ່ານ ໂຮ່ມີງຕ໋ວນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ. ເຊັກໂກ ທີ່ກອງປະຊຸມໃຫຍ່ຄັ້ງທີ 21 ສະມາຄົມ ເຊັກໂກ - ຫວຽດນາມ ແລະ ສະຫລຸບ 20 ປີແຫ່ງການເຄື່ອນໄຫວຂອງສະມາຄົມໄດ້ຈັດຕັ້ງໃນວັນທີ 9 ທັນວາຢູ່ນະຄອນຫຼວງ ປຣາຮາ.

ສະມາຄົມ ເຊັກໂກ - ຫວຽດນາມ: 20 ປີແຫ່ງການຮ່ວມເດີນທາງພ້ອມກັບຊາວ ຫວຽດນາມ - ảnh 1

ທ່ານ Marcel Winter, ປະທານສະມາຄົມເຊັກໂກ - ຫວຽດນາມ ສະຫລຸບການເຄື່ອນໄຫວຂອງສະມາຄົມ

(ພາບ: Văn Huy/VOV Praha)

ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຫຼາຍຄົນ ຍາມໃດກໍ່ຕີລາຄາສູງນ້ຳໃຈອັນດີງາມ, ບັນດາການເຄື່ອນໄຫວອັນໃຫຍ່ຫຼວງ, ຕັ້ງໜ້າ, ມີປະສິດທິຜົນ ແລະ ເຕັມໄປດ້ວຍຄວາມໝາຍຂອງສະມາຄົມ ເຊັກໂກ - ຫວຽດນາມ ໃນຊຸມປີຜ່ານມາ. ນີ້ແມ່ນຄຳເຫັນຂອງທ່ານ ໂຮ່ມີງຕ໋ວນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ. ເຊັກໂກ ທີ່ກອງປະຊຸມໃຫຍ່ຄັ້ງທີ 21 ສະມາຄົມ ເຊັກໂກ - ຫວຽດນາມ ແລະ ສະຫລຸບ 20 ປີແຫ່ງການເຄື່ອນໄຫວຂອງສະມາຄົມໄດ້ຈັດຕັ້ງໃນວັນທີ 9 ທັນວາຢູ່ນະຄອນຫຼວງ ປຣາຮາ.

        ໃນບົດລາຍງານສະເໜີທີ່ກອງປະຊຸມໃຫຍ່, ທ່ານ Marcel Winter, ປະທານສະມາຄົມເຊັກໂກ - ຫວຽດນາມ, ໃຫ້ຮູ້ວ່າ:

        “ໃນ 20 ປີຜ່ານມາ, ຍາມໃດສະມາຄົມກໍ່ສະໜັບສະໜູນຊາວ ຫວຽດນາມ ແລະ ປະເທດ ຫວຽດນາມ ຍ້ອນນ້ຳໃຈມິດຕະພາບລະຫວ່າງ 2 ຊາດ. ພວກຂ້າພະເຈົ້າໄດ້, ພວມ ແລະ ຈະພ້ອມກັບເພື່ອນມິດ ຫວຽດນາມ ຕໍ່ສູ້ເພື່ອຜົນປະໂຫຍດຂອງຊາວ ຫວຽດນາມ ຢູ່ ເຊັກໂກ ແລະ ເພື່ອການພົວພັນມິດຕະພາບ ລະຫວ່າງປະຊາຊົນ 2 ປະເທດ.”

        ເມື່ອຕີລາຄາກ່ຽວກັບການສົມທົບກັນ ກໍ່ຄືການຊ່ວຍເຫຼືອຂອງສະມາຄົມ ເຊັກໂກ - ຫວຽດນາມ ສຳລັບປະຊາຄົມຊາວ ຫວຽດນາມ ປະຈຳ ເຊັກໂກ, ທ່ານ ຫງວຽນຢູຍຍຽນ, ປະທານສະມາຄົມຊາວ ຫວຽດນາມ ປະຈຳ ເຊັກໂກ ເນັ້ນໜັກວ່າ:

        “ໃນຕະຫຼອດເກືອບ 20 ປີຜ່ານມາ, ບໍ່ວ່າຢູ່ສະຖານທີ່ໃດ ແລະ ໃນຈຸດເວລາໃດ, ຜູ້ຕາງໜ້າຂອງສະມາຄົມມິດຕະພາບ ເຊັກໂກ - ຫວຽດນາມ ລ້ວນແຕ່ຮ່ວມເດີນທາງພ້ອມກັບພວກຂ້າພະເຈົ້າ, ຈາກເລື່ອງສ້າງເງື່ອນໄຂໃຫ້ພວກຂ້າພະເຈົ້າເຊື່ອມຕົວເຂົ້າກັບສັງຄົມປະເທດປະຈຳຖິ່ນ ຕະຫຼອດຮອດການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງພວກຂ້າພະເຈົ້າຢູ່ທີ່ນີ້. ພິເສດ, ສະມາຄົມມິດຕະພາບ ເຊັກໂກ - ຫວຽດນາມ ແມ່ນບ່ອນນຳມາເຊິ່ງນ້ຳໃຈຄວາຮັກແພງໃຫ້ຊາວ ຫວຽດນາມ ຢູ່ປະເທດ ເຊັກໂກ ກໍ່ຄືພໍ່ແມ່ປະຊາຊົນ ເຊັກໂກ ຢູ່ບ້ານເກີດເມືອງນອນຂອງຕົນ.”

ຕອບກັບ

ຂ່າວ/ບົດ​ອື່ນ