ສະມາຄົມຄິດທະສາສະໜາຫວຽດນາມແມ່ນພາກສ່ວນບໍ່ອາດຕັດແຍກອອກຈາກທົ່ວປວງຊົນ

ສະມາຄົມຄິດທະສາສະໜາຫວຽດນາມແມ່ນພາກສ່ວນບໍ່ອາດຕັດແຍກອອກຈາກທົ່ວປວງຊົນ - ảnh 1
ທ່ານ​ປະທານ​ ຫງວຽນ​ທ້ຽນ​ເຍິນ ຢ້ຽມຢາມ
ສະພາ​ສັງຄະ​ນາຍົກ ຫວຽດນາມ
(ພາບ: daidoanket)

(vovworld) -  ຕອນ​ເຊົ້າ​ວັນ​ທີ 4/10, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ສັງຄະ​ນາຍົກ ຫວຽດນາມ ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ ​ໂຮ່ຈີ​ມິນ. ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍິນ, ຢືນຢັນ​ວ່າ: ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ ຫວຽດນາມ ​ແມ່ນ​ຍາມ​ໃດ​ກໍ່ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ສາສະໜາ​ຕ່າງໆ, ​ໃນ​ນັ້ນ​ມີ​ສາສະໜາ​ຄິດ ​ເຄື່ອນ​ໄຫວ. ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເນັ້ນ​ໜັກ​ວ່າ: ປະຊາຊົນ​ຊາວ ຄິດ ​ແລະ ສາສະໜາ​ຄິຼດ ຫວຽດນາມ ​ແມ່ນ​ພາກສ່ວນ​ໜຶ່ງທີ່​ບໍ່​ອາດ​ຕັດ​ແຍກອອກ​ຈາກ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໄດ້, ຍາມ​ໃດ​ກໍ່​ຕິດ​ພັນ ​ແລະ ຮ່ວມ​ແຮງ, ຮ່ວມ​ໃຈພ້ອມ​ກັບປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ທົ່ວ​ປະ​ເທດ, ​ແລະ ຊາວ ຫວຽດນາມ​ທີ່​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ​ ​ເພື່ອສ້າງສາ, ພັດທະນາ​ ​ແລະ ປົກ​ປັກ​ຮັກສາປະ​ເທດ​ຊາດ. ທ່ານ ຫງວຽນ​ທ້ຽນ​ເຍິນ ຫວັງ​ວ່າ, ສະພາ​ສັງຄະ​ນາຍົກ ຫວຽດນາມ ສືບ​ຕໍ່​ຊຸກຍູ້​ມູນ​ເຊື້ອ​ຮັກ​ຊາດ ​ແລະ ​ແນວທາງ​ຕິດ​ພັນ, ຮ່ວມ​ເດີນທາງ​ພ້ອມ​ກັບປະ​ເທດ​ຊາດ​ຂອງ​ຊາວ​ຄິດ ຫວຽດນາມ​ ໃນ​ໄລຍະ​ໃໝ່.

        “ຢູ່​ບ່ອນ​ໃດ​ມີ​ປະຊາຊົນ​ຊາວ​ຄິດ, ຢູ່​ບ່ອນ​ນັ້ນ​ການ​ດຳລົງ​ຊີ​ວິດມີສັນຕິ​ສຸກ, ມີ​ຄວາມ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ​ເສດຖະກິດ - ວັດທະນະທຳ - ສັງຄົມ ຢູ່​ບ່ອນ​ນັ້ນ​ຈະ​ພັດທະນາ… ລັດ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ປະຊາຊົນ​ຊາວ​ຄິດ​ພັດທະນາ​ພ້ອມ​ກັບປະ​ເທດ​ຊາດ“.

ຂ່າວ/ບົດ​ອື່ນ