ສະມາຄົມຊ່ວຍເຫຼືອຄົນເຈັບທຸກຍາກນະຄອນໂຮ່ຈິມິນ ສະຫຼຸບ 25 ປີແຫ່ງການເຄື່ອນໄຫວ

(VOVWORLD) -ມີເດັກກ່ວາ 8150 ຄົນຖືກຕິດໂລກຫົວໃຈມາແຕ່ເກີດໄດ້ຮັບການກອບກູ້ເອົາຊີວິດ,  ແລະ ຜູ້ໃຫຍ່ພ້ອມກັບເດັກກວ່າ 572. 000 ຄົນສາມາດເຫັນຮຸ່ງພາຍຫຼັງໄດ້ຮັບການຜ່າຕັດຕາ
ສະມາຄົມຊ່ວຍເຫຼືອຄົນເຈັບທຸກຍາກນະຄອນໂຮ່ຈິມິນ ສະຫຼຸບ 25 ປີແຫ່ງການເຄື່ອນໄຫວ - ảnh 1ການນຳນະຄອນໂຮ່ຈິມິນມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ສະມາຄົມຊ່ວຍເຫຼືອຄົນເຈັບທຸກຍາກນະຄອນໂຮ່ຈິມິນ

ມີເດັກກ່ວາ 8150 ຄົນຖືກຕິດໂລກຫົວໃຈມາແຕ່ເກີດໄດ້ຮັບການກອບກູ້ເອົາຊີວິດ,  ແລະ ຜູ້ໃຫຍ່ພ້ອມກັບເດັກກວ່າ 572. 000 ຄົນສາມາດເຫັນຮຸ່ງພາຍຫຼັງໄດ້ຮັບການຜ່າຕັດຕາ. ນີ້ແມ່ນໝາກຜົນທີ່ພົ້ນເດັ່ນໃນການເຄື່ອນໄຫວຂອງສະມາຄົມຊ່ວຍເຫຼືອຄົນເຈັບທຸກຍາກນະຄອນໂຮ່ຈິມິນ ຊຶ່ງໄດ້ປະກາດທີ່ພິທີສະຫຼຸບ 25 ປີແຫ່ງວັນສ້າງຕັ້ງສະມາຄົມທີ່ຈັດຂຶ້ນໃນຕອນເຊົ້າວັນທີ 29 ກັນຍາຢູ່ນະຄອນໂຮ່ຈິມິນ. ສະມາຄົມຊ່ວຍເຫຼືອຄົນເຈັບທຸກຍາກນະຄອນໂຮ່ຈິມິນໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1994. 25 ປີທີ່ຜ່ານມາ, ສະມາຄົມຊ່ວຍເຫຼືອຄົນເຈັບທຸກຍາກນະຄອນໂຮ່ຈິມິນໄດ້ຮຽງບ່າຮຽງໄຫຼ່, ຊ່ວຍເຫຼືອເດັກມີຊາຕາກຳອາພັບ ແລະ ຜູ້ທຸກຍາກນັບແສນຄົນໃນທົ່ວປະເທດ. ສະມາຄົມຊ່ວຍເຫຼືອຄົນເຈັບທຸກຍາກນະຄອນໂຮ່ຈິມິນ ໄດ້ກາຍເປັນຂົວເຊື້ອມຕໍ່ຊ່ວຍໃຫ້ບັນດາຜູ້ທີມີຊາຕາກຳອາພັບ, ຄົນເຈັບທຸກຍາກ, ເດັກພິການ, ຜູ້ເຖົ້າຢູ່ປ່ຽວໃນນະຄອນໂຮ່ຈິມິນ ແລະ ບັນດາແຂວງ, ນະຄອນອື່ໆໃນທົ່ວປະເທດ, ກໍຄືຢູ່ປະເທດລາວ, ກຳປູເຈຍໄດ້ມີໂອກາດປິ່ນປົວພະຍາດ ແລະ ເຊື່ອມຕົວເຂົ້າກັບສັງຄົມ. 

ຕອບກັບ

ຂ່າວ/ບົດ​ອື່ນ