ສະມາຄົມທະນາຍ ຄວາມຫວຽດນາມຄັດຄ້ານ ຈີນເປີດການປະມູນຢູ່ ເຂດທະເລຕາເວັນອອກ

ສະມາຄົມທະນາຍ ຄວາມຫວຽດນາມຄັດຄ້ານ ຈີນເປີດການປະມູນຢູ່ ເຂດທະເລຕາເວັນອອກ - ảnh 1
ສະມາຄົມ​ທະນາຍຄວາມ​ຫວຽດນາມຄັດຄ້ານ​ບໍລິສັດ​ນ້ຳມັນ​ ອາຍ​ແກ​ດມະຫາ​ສະໝຸດ​ຈີນ ​(CNOOC)
ປະກາດເປີດ​ການ​ປະມູນສາກົນ​ສຳ​ຫຼວດ - ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກ​ດໃນເຂດ​ທະ​ເລຕາ​ເວັນ​ອອກ
(ພາບ: PVI)

(vovworld) ສະມາຄົມ​ທະນາຍຄວາມ​ຫວຽດນາມຫາ​ກໍ່​ຖະ​ແຫຼ​ງ​ຄັດຄ້ານ​ເລື່ອງ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດມະຫາ​ສະໝຸດ​ຈີນ ​(CNOOC) ປະກາດເປີດ​ການ​ປະມູນສາກົນ​ສຳ​ຫຼວດ - ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກ​ດຢູ່ 9 ​ແຫ່ງ​ໃນ​ທະ​ເລຕາ​ເວັນ​ອອກທີ່​ຂຶ້ນ​ກັບ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ຖະ​ແຫຼ​ງ ການ​ຊີ້​ແຈ້ງວ່າ, ນີ້​ແມ່ນ​ເຂດ​ບໍ່​ມີ​ການ​ພິພາດ​ກັນຢ່າງ​ສິ້ນ​ເຊີງ. ສະມາຄົມ​ທະນາຍຄວາມ​ຫວຽດນາມ​ສະໜັບສະໜູນ​ຖະ​ແຫຼ​ງການ​ຂອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ ເມື່ອ​ວັນ​ທີ 26/6/2012; ພ້ອມ​ທັງ​ຄັດຄ້ານ​ຢ່າງ​ຮຸນແຮງ ​ແລະ ຮຽກຮ້ອງ​ໃຫ້​ຝ່າຍ​ຈີນ​ຕ້ອງ​ຍົກ​ເລີກ​ເລື່ອງ​ເປີດ​ການ​ປະມູນຢ່າງ​ຜິດພາດ​ດັ່ງກ່າວ ​ກໍ່​ຄືບໍ່​ເປີດ​ກວ້າງ​ການ​ພິພາດ ​ແລະ ບໍ່ມີ​ການ​ກະທຳ​ທີ່​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສັບ​ສົນ​ຂຶ້ນ​ຕື່ມ. ສະມາຄົມ​ທະນາຍຄວາມ​ຫວຽດນາມ ຮຽກຮ້ອງ​ໃຫ້​ຝ່າຍ​ຈີນ​ຕ້ອງ​ປະຕິບັດ​ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ກໍ່​ຄື​ກົດໝາຍ​ສາກົນ​ທີ່​ກ່ຽວຂ້ອງ​ຢ່າງ​ເຂັ້ມ​ງວດ; ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ເຊິ່ງ​ໄດ້​ລະບຸ​ໄວ້​ໃນ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ຍົກເລີກ​ເລື່ອງ​ປະກາດ​ເປີດ​ການ​ປະມູນ​ທີ່​ຜິດພາດ​ດັ່ງກ່າວ. ສະມາຄົມ​ທະນາຍຄວາມ​ຫວຽດນາມ ກໍ່​ຮຽກຮ້ອງ​ວົງ​ການ​ທະນາຍຄວາມ​ຂອງ​ປະ​ເທດ​ຕ່າງໆ​ຢູ່​ໃນ​ໂລກ​ຈົ່ງ​ອອກສຽງ​ປົກ​ປ້ອງ​ຄວາມ​ຍຸດຕິ​ທຳ, ສົນທິສັນຍາ​ກົດ ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982  ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດສາກົນ​ ເຄົາລົບ​​ສິດ​ອະທິປະ​ໄຕ, ສິດ​ອຳນາດ​ຂອງ​ຫວຽດນາມ, ບໍ່​ເຂົ້າ​ຮ່ວມ​ການ​ປະມູນ​ທີ່​ຜິດພາດຂອງ CNOOC ​ໃນ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ​ໃນ​ຖະ​ແຫຼ​ງການ​ຂອງ​ຕົນ. ສະມາຄົມ​ທະນາຍຄວາມ​ຫວຽດນາມ ຍາມ​ໃດ​ກໍ່​ປາຖະໜາ ​ຢາກ​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ຫວຽດນາມ - ຈີນ ​ເວົ້າ​ລວມ ​ແລະ ລະຫວ່າງ​ວົງ​ການ​ທະນາຍຄວາມ​ສອງ​ປະ​ເທດ​ເວົ້າ​ສະ​ເພາະ; ​ແຕ່​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະກອບສ່ວນ​ປົກ​ປັກ​ຮັກສາ​ຄວາມ​ຍຸດຕິ​ທຳ, ກົດໝາຍ​ສາກົນ, ​ເຄົາລົບ​ເອກະລາດ ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຕ່າງໆ, ຮັກສາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ

 

ຂ່າວ/ບົດ​ອື່ນ