ສະມາຄົມທະນາຍຄວາມຫວຽດນາມຄັດຄ້ານຈີນນຳຮ້ານເຈາະນຳ້ມັນເຂົ້າເຄື່ອນໄຫວຢູ່ເຂດທະເລຂອງຫວຽດນາມ

ສະມາຄົມທະນາຍຄວາມຫວຽດນາມຄັດຄ້ານຈີນນຳຮ້ານເຈາະນຳ້ມັນເຂົ້າເຄື່ອນໄຫວຢູ່ເຂດທະເລຂອງຫວຽດນາມ - ảnh 1
ທ່ານເລມີງເຕີມ, ຮອງປະທານ, ທັງເປັນເລຂາທິການໃຫຍ່
ສະມາຄົມທະນາຍຄວາມຫວຽດນາມ
ພາບ:hn.24h.com.vn

(vovworld)- ​ສະມາຄົມ​ທະນາຍຄວາ​ມຫວຽດນາມ ​ໄດ້​ອອກ​ຖະ​ແຫລ​ງການ​ກ່ຽວ​ກັບ​ເລື່ອງ​ຈີນ ນຳ​ຮ້ານ​ເຈາະ​ນຳ້ມັນ​ເຂົ້າ​ເຄື່ອນ​ໄຫວ​ຢຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ທະ​ເລ​ຫວຽດນາມ. ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ບ່າຍ​ວັນ​ທີ 9/5 ຢູ່ ຮ່າ​ໂນ້ຍ, ສະມາຄົມ​ທະນາຍຄວາມ​ຫວຽດນາມ ​ໄດ້​ຮຽກຮ້ອງ​ໃຫ້​ຝ່າຍ​ຈີນ ຢຸດຕິ​ບັນດາ​ການ​ກະທຳ​ຜິດ​ກົດໝາຍ​ຢ່າງ​ທັນ​ທີ່ ​ແລະ ຖອນ​ຮ້ານ​ເຈາະ​ນຳ້ມັນ ພ້ອມ​ດ້ວຍ​ກຳ​ປັ່ນ​ອອກ​ຈາກ​ເຂດ​ທະ​ເລ​ຂອງ​ຫວຽດນາມ, ບໍ່​ໃຫ້ການ​ກະທຳ​ຄ້າຍຄື​ກັນ​ເກີດ​ຂຶ້ນ​ຢູ່​ເຂດ​ອະພິສິດ​ເສດຖະກິດ​ ​ແລະ ​ໄຫລ່​ທະວີບຂອງ​ຫວຽດນາມ. ສະມາຄົມ​ທະນາຍຄວາມ​ຫວຽດນາມ ຮຽກຮ້ອງ​ໃຫ້​ຝ່າຍ​ຈີນ ຕ້ອງ​ເຄົາລົບ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມ​ງວດ, ພິ​ເສດ​ແມ່ນ​ສົນທິສັນຍາ​ກົດໝາຍ​ທະ​ເລ​ປີ 1982. ສະມາຄົມ​ທະນາຍຄວາມ​ຫວຽດນາມ ຮຽກຮ້ອງ​ວົງ​ການ​ທະນາຍຄວາມ​ບັນດາ​ປະ​ເທດ​ໃນ​ໂລກ ​ມີ​ສຽງ​ເວົ້າປົກ​ປ້ອງ​ຄວາ​ມຍຸຕິ​ທຳ, ປົກ​ປ້ອງ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982.

ຈີນ​ຕ້ອງ​ຖອນ​ກຳ​ປັ່ນ ​ແລະ ຮ້ານ​ເຈາະ​ນ້ຳມັນອອກ​ຈາກເຂດ​ນ່ານທະ​ເລ​ຫວຽດນາມ

 ທ່ານ​ເຈິ່ນຢຸຫາຍ, ຮອງ​ປະທານ​ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ ​ໄດ້​ຢືນຢັນ​ຄື​ດັ່ງກ່າວ ທີ່​ການ​ຕອບ​ສຳພາດ​ບັນດາ​ອົງການ​ສື່​ມວນ​ຊົນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 9/5. ຕາມ​ທ່ນ​ເຈິ​ນຢຸຫາຍ​ແລ້ວ, ຄຳ​ຕອບ​ຂອງ​ບັນດາ​ເຈົ້າໜ້າ​ທີ່​ການ​ທູດ​ຈີນ ​ໃນ​ການ​ປະຊຸມ​ຂ່າວສານ​ກົນ​ເມື່ອ​ວັນ​ທີ 8/5 ຢູ່​ປັກ​ກິ​ງ​ແມ່ນ​ບໍ່​ເທົ່າ​ທີ່​ຄວນ:

ສິ່ງ​ດັ່ງກ່າວ​ໃຫ້​ເຫັນ​ວ່າ, ບັນດາ​ເຈົ້າໜ້າ​ທີ່​ຈີນ​ ບໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຂັ້ມງວດ, ບໍ່​ຍົກ​ອອກ​ບັນດາ​ຕົວ​ເລກ​ ​ແລະ ຮູບ​ພາບລະອຽດ​ໄດ້. ຂໍ​ຢັ້ງຢືນ​ວ່າ: ກຳ​ປັ່ນ​ຂອງ​ຫວຽດນາມ ​ແມ່ນ​ກຳ​ປັ່ນ​ພົນລະ​ເຮືອນ ​ແລະ ບໍ່​ມີ​ການ​ກະທຳ​ລົບ​ກວນ​ກຳ​ປັ່ນ​ຂອງ​ຈີນ. ກຳປັ່ນ​ຂອງ​ຈີນ​ ເອງ​ໄດ້​ຕັ້ງ​ໃຈ​ເກາະ​ຜິດ​ຕໍ່ກຳ​ປັ່ນ​ຫວຽດນາມ. ຫວຽດນາມ ​ໄດ້​ຍົກ​ອອກ​ບັນດາ​ຮູບ​ພາບ​ລະອຽດ​ເພື່ອ​ພິສູດ​ໃຫ້ການ​ກະທຳ​ລະ​ເມີດ​ກົດໝາຍ​ຂອງ​ຈີນ“./.



ຂ່າວ/ບົດ​ອື່ນ