ສະມາຄົມນັກຂ່າວຫວຽດ ນາມອອກຖະແຫຼງການ ຄັດຄ້ານການກະທຳ ຜິດພາດຂອງຈີນ


ສະມາຄົມນັກຂ່າວຫວຽດ ນາມອອກຖະແຫຼງການ ຄັດຄ້ານການກະທຳ ຜິດພາດຂອງຈີນ - ảnh 1
ປະທານ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ ທ້ວນຫີ້ວ

(ພາບ : http://thethaovanhoa.vn)

(vovworld)- ວັນ​ທີ 29/6, ສະມາ​ຄົມ​ນັກ​ຂ່າວ​ຫວຽດນາມ ​ໄດ້​ອອກ​ຖະ​ແຫຼ​ງການ​ຄັດຄ້ານ​ເລື່ອງຈີນ ​ໄດ້​ຕັ້ງຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນເຂດ​​ເສດຖະກິດ​ຈຳ​ເພາະ ​ແລ​ະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ສະມາ​ຄົມ​ນັກ​ຂ່າວ​ຫວຽດນາມ ຮຽກຮ້ອງ​ຈີນ ຈົ່ງ​ເຄົາລົບ​ກົດໝາຍ​ສາກົນ, ຖອນຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ອອກ​ຈາກເຂດ​​ເສດຖະກິດ​ຈຳ​ເພາະ ​ແລ​ະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ຈົ່ງ​ຢຸດຕິ​ບັນດາ​ການ​ກະທຳ​ລະ​ເມີດ​ອະທິປະ​ໄຕທະ​ເລ​ໝູ່​ເກາະ​ຂອງ​ຫວຽດນາມ, ຢຸດຕິ​ການ​ນຳ​ໃຊ້​ກຳລັງ​ອາວຸດ, ນາບ​ຂູ່​ເຖິງ​ຊີວິດ​ອິນ​ຊີ​ຂອງ​ຊາວ​ປະມົງ, ນັກ​ກວດກາ​ການ​ປະມົງ ​ແລະ ບັນດາ​ກຳລັງ​ປະຕິບັດ​ກົດໝາຍ​ຂອງ​ຫວຽດນາມ ຢ່າງ​ຮ້າຍ​ແຮງ, ກໍ່​ຄວາມ​ສັບສົນ, ​ເພີ່ມ​ທະວີ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ, ນາບ​ຂູ່​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ຕາ​ເວັນ​ອອກ./.

ຂ່າວ/ບົດ​ອື່ນ