ສະ​ມາ​ຄົມ​ນັກ​ຊ່ຽວ​ຊານຊາວ​ຫວຽດ​ນາມ​ໃນ​ທົ່ວ​ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ເທດ​ຊາດ​ຍູ້​ໂລກ​ລະ​ບາ​ດ​ໂຄວິດ - 19 ໃຫ້​ຖອຍ​ໄປ

(VOVWORLD) -“ເຂົ້າໃຈກ່ຽວກັບວັກຊິນ ເພື່ອຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ” ແມ່ນຫົວຂໍ້ຂອງ ກອງປະຊຸມສຳມະນາທາງອອນລາຍ ທີ່ໄດ້ຈັດຂຶ້ນໃນວັນທີ 1 ສິງຫາ ໂດຍສະມາຄົມນັກຊ່ຽວຊານຊາວຫວຽດນາມ ທົ່ວໂລກ ຈັດຂຶ້ນດ້ວຍຄວາມປາດຖະໜາຢາກຮ່ວມແຮງຮ່ວມໃຈ ພ້ອມກັບປະເທດຊາດ ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ.

ສະ​ມາ​ຄົມ​ນັກ​ຊ່ຽວ​ຊານຊາວ​ຫວຽດ​ນາມ​ໃນ​ທົ່ວ​ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ເທດ​ຊາດ​ຍູ້​ໂລກ​ລະ​ບາ​ດ​ໂຄວິດ - 19 ໃຫ້​ຖອຍ​ໄປ - ảnh 1ພາບປະກອບ: Reuters

ປະຫວັດສາດໄດ້ພິສູດໃຫ້ເຫັນວ່າ, ມີຫຼາຍພະຍາດຕິດຕໍ ໄດ້ຮັບການຄວບຄຸມ ຫຼືລົບລ້າງ ຍ້ອນມີວັກຊິນ. ເຖິງຢ່າງໃດກໍຕາມ, ປັດຈຸບັນຍັງມີຫຼາຍຄົນ ເລັ່ງເລໃຈ ຫຼື ຊ້ຳບໍ່ໜຳແມ່ນ ປະຕິເສດ ວັກຊິນ ຍ້ອນມີຄວາມວິຕົກກັງວົນກ່ຽວກັບຄວາມປອດໄພຂອງ ວັກຊິນ, ຄວາມສ່ຽງຂອງບັນດາອາການ(ແພ້ຢາ)ຫຼັງການສັກຢາ. ຕາມທ່ານ ປ.ອ, ທ່ານໝໍ ຫງຽວນເຍິດລິງ ຂຶ້ນກັບໂຄງການຕ້ານພະຍາດ ວັນນະໂລກ ທົ່ວໂລກຂອງອົງການອະນາໄມໂລກ ແລ້ວ, ວັກຊິນທຸກຊະນິດທີ່ໄດ້ຮັບໃບອະນຸຍາດໃນປັດຈຸບັນລ້ວນແຕ່ໄດ້ຜ່ານຜ່າວິວັດການຕີລາຄາຢ່າງເຂັ້ມງວດ ເພື່ອພິສູດຄວາມປອດໄພ ແລະ ປະສິດທິຜົນຂອງມັນ. ທ່ານໃຫ້ຮູ້ວ່າ:

ເຖິງວ່າມີເຊື້ອໄວຣັດປຽນພັນຫຼາຍຊະນິດ, ແຕ່ວັກຊິນຍັງມີຄຸນປະໂຫຍດຕໍ່ກັບເຊື້ອໄວຣັດເກືອບທັງໝົດ, ໃນນັ້ນຍັງມີເຊື້ອໄວຣັດສາຍພັນ Delta. ເຖິງວ່າ ສາຍພັນ Delta ກໍ່ຜົນກະທົບຕໍ່ບັນດາຄຸນປະໂຫຍດຂອງວັກຊິນກໍ່ຕາມ, ແຕ່ປະສິດທິຜົນໃນການປ້ອງກັນຕ້ານ ອາການເຈັບໜັກ ແລະ ເສຍຊີວິດຍັງດີ ແລະ ຖືກຕ້ອງກັບວັກຊິນທຸກຊະນິດທີ່ໄດ້ຮັບການອະນຸຍາດໃນປັດຈຸບັນ. ວັກຊິນມີຄວາມສຳຄັນທີ່ສຸດ ເພື່ອປ້ອງກັນໃຫ້ແກ່ພວກເຮົາຈາກການຕິດເຊື້ອ ແລະ ເສຍຊີວິດ, ມັນມີບົດບາດສຳຄັນໃນການປ້ອງກັນຄອບຄົວ, ວົງຄະນະຍາດ. ເພາະສະນັ້ນ, ເລື່ອງສັກວັກຊິນບໍ່ພຽງແຕ່ປ້ອງກັນພວກເຮົາເທົ່ານັ້ນ ຫາກຍັງປ້ອງກັນທົ່ວປະຊາຄົມອີກດ້ວຍ.

        ຫວຽດນາມ ໄດ້ປະສົບຜົນສຳເລັດໃນການ ແຜ່ລະບາດ3 ຮອບທຳອິດ, ພິເສດແມ່ນອີງໃສ່ຍຸດທະສາດຄົ້ນຫາຜູ້ຕິດເຊື້ອ ແລະ ແຍກຕົວ. ເຖິງວ່າ ການແຜ່ລະບາດຮອບທີ 4 ນີ້ໄດ້ຮັບການຕີລາຄາແມ່ນຮ້າຍແຮງກ່ວາໝູ່, ແຕ່ຕາມທ່ານຮອງສາດສະດາຈານ, ປ.ອ, ທ່ານໝໍ ໂດວັນຢຸງ, ຫົວໜ້າພະແນກສາທາລະນະສຸດສາທາລະນະ  ມະຫາວິທະຍາໄລ ແພດສາດ ນະຄອນໂຮ່ຈີມິນແລ້ວ, ຍຸດທະສາດ ໃສ່ຜ້າອັດປາກດັງ, ລ້າງມືຂ້າເຊື້ອ, ຮັກສາໄລຍະຫ່າງ, ບໍ່ເຕົ້າໂຮມກັນຫຼາຍຄົນ, ແຈ້ງອາການສຸຂະພາບ ພ້ອມກັບເຕັກໂນໂລຢີ ແລະ ວັກຊິນ ຍັງເສີມຂະຫຍາຍໄດ້ປະສິດທິຜົນເປັນຢ່າງດີ.

        ຕາມບັນດາຕົວເລກສະຖິຕິຢ່າງເປັນທາງການໂດຍໂຄງການ Our World in Data ຢູ່ມະຫາວິທະຍາໄລ Oxfort ແລ້ວ, ມາຮອດປັດຈຸບັນຍອດປະລິມານວັກຊິນກັນໂຄວິດ - 19 ທີ່ໄດ້ສັກໃນທົ່ວໂລກແມ່ນກ່ວາ 4 ຕື້ ໂດສ, ໃນນັ້ນມີ 28% ຈຳນວນປະຊາກອນໄດ້ຮັບການສັກວັກຊິນຢ່າງໜ້ອຍສຸດ 1 ໂດສ. ໃນສະພາບການແຫຼ່ງສະໜອງວັກຊິນຍັງມີຂໍ້ຈຳກັດ, ບັນດານັກຊ່ຽວຊານໂລກໄດ້ສະເໜີແນະປະຊາຊົນບໍ່ຄວນ ເລັ່ງເລໃຈ ຫຼືລໍຖ້າວັກຊິນ, ຈົ່ງສັກຢ່າງທັນທີເມື່ອສາມາດສັກໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ