ສະມາຄົມນັກທຸລະກິດ ຫວຽດນາມ ຢູ່ຝລັ່ງ ສະເຫຼີມສະຫຼອງ 3 ປີ ແຫ່ງວັນສ້າງຕັ້ງ

ສະມາຄົມນັກທຸລະກິດ ຫວຽດນາມ ຢູ່ຝລັ່ງ ສະເຫຼີມສະຫຼອງ 3 ປີ ແຫ່ງວັນສ້າງຕັ້ງ - ảnh 1
ສະ​ເຫຼີ​ມສະຫຼອງ 3 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະມາຄົມ​ນັກທຸລະກິດ​ຫວຽດນາມ ​ ​ຢູ່ຝລັ່ງ
(ພາບ: ABVietFrance.org)


(vovworld) - ​ຕອນຄໍ່າ​ວັນ​ທີ 07/12, ກ່າວ​ຄຳ​ເຫັນ​ທີ່​ພິທີສະ​ເຫຼີ​ມສະຫຼອງ 3 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະມາຄົມ​ນັກທຸລະກິດ​ຫວຽດນາມ ​ ​ຢູ່ຝລັ່ງ, ຢູ່​ສູນ​ວັດທະນະ​ທຳ​ຫວຽດນາມ ນະຄອນຫຼວງ​ປາຣີ, ທ່ານ ຫງວຽນ​ຫາຍ​ນາມ, ປະທານສະມາຄົມ​ນັກທຸລະກິດ​ຫວຽດນາມ ​ຢູ່ຝລັ່ງ ຢືນຢັນ​ວ່າ, ​ໃນ​ 3 ປີຜ່ານມາ, ຍາມ​ໃດສະມາຄົມກໍ່​ຕິດ​ພັນ​ກັບ​ຄະຕິ, ຈຸດໝາຍຂອງ​ຕົນ​ແມ່ນ​ເຊື່ອມ​ຕໍ່​ບັນດາ​ແຫຼ່ງກຳລັງ ​ແລະ ບັນດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ຝລັ່ງ, ຊາວ​ຝລັ່ງ ​ເຊື້ອ​ຊາດ​ຫວຽດນາມ ​ແລະ ບັນດາ​ຊາວ​ຝລັ່ງ ທີ່​ມີ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນກັບຫວຽດນາມ ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວພັນ​ແລກປ່ຽນ​ດ້ານການ​ຄ້າ​ລະຫວ່າງ 2 ປະ​ເທດ. ຄຽງ​ຂ້າງ​ນັ້ນ, ສະມາຄົມ​ນັບ​ມື້​ນັບ​​ເຕີ​ບ​ໃຫຍ່ ດ້ວຍ​ຈຳນວນ​ສະມາຊິກ​ ​ແລະ ​ໂຄງການ​ໃຫ້​ຄຳ​ປຶກສາ, ກໍ່ສ້າງ​ເຄືອ​ຂ່າຍ​ສຳນັກງານ ​ແລະ ຫ້ອງການ​ຕາງໜ້າ​ເພີ່ມ​ຂຶ້ນຢູ່​ຫຼາຍ​ທ້ອງ​ຖິ່ນ​ຂອງ​ຝລັ່ງ ກໍ່​ຄື​ຂອງ​ຫວຽດນາມ. ຕາມ​ທ່ານ​ແລ້ວ, ສະມາຄົມ​ນັກທຸລະກິດ​ຫວຽດນາມ ​ຢູ່​ຝລັ່ງ ​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ແທດ​ຈິງ, ສະໜອງ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ກົດໝາຍ, ລະບຽບ​ການ​ລົງທຶນ​ເຂົ້າ​ຫວຽດນາມ ກໍ່​ຄື​ຊອກ​ຫາ​ກາລະ​ໂອກາດ​​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ລົງທຶນເຂົ້າ​ຕະຫຼາດ​ຝລັ່ງ ຫຼື ​ເອີ​ລົບ.

ຂ່າວ/ບົດ​ອື່ນ