ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ລາຍ​ການ “ATM F0 ຕ້ານ​ໂລກ​ລະ​ບາດ

(VOVWORLD) -ບັນດາກໍລະນີ F0 ທີ່ໄດ້ຮັບການປິ່ນປົວຫາຍດີ ແລ້ວມີຄວາມປາດຖະໜາຢາກເຂົ້າຮ່ວມລາຍການ ATM F0 ຕ້ານໂລກລະບາດ” ນັ້ນ ຈະໄດ້ຮັບການຝຶກອົບຮົມດ່ວນກ່ຽວກັບຄວາມຮູ້ ກໍຄືທັກສະໃນການດູແລຄົນເຈັບຕິດເຊື້ອພະຍາດໂຄວິດ - 19, ແລ້ວຈະໄດ້ສົ່ງໄປຍັງຮາກຖານສາທາລະນະສຸກ, ໂຮງໝໍ, ເຂດແຍກຕົວແຫ່ງຕ່າງໆ ເພື່ອໜູນຊ່ວຍຖັນແຖວແພດໝໍ, ພະຍາບານ.
ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ລາຍ​ການ “ATM F0 ຕ້ານ​ໂລກ​ລະ​ບາດ - ảnh 1(ພາບປະກອບ: nld.com.vn)

ສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ພວມຮຽກຮ້ອງໃຫ້ແຫຼ່ງໜູນຊ່ວຍລາຍການ “ATM F0 ຕ້ານໂລກລະບາດ” ຢູ່ນະຄອນ ໂຮ່ຈີມິນ. ບັນດາອົງການ, ສ່ວນບຸກຄົນສາມາດເຂົ້າຮ່ວມການຊ່ວຍເຫຼືອໃຫ້ແກ່ລາຍການດັ່ງກ່າວ ດ້ວຍການຊ່ວຍເຫຼືອເງິນໃຊ້ຈ່າຍໃຫ້ແກ່ບັນດາກໍລະນີ F0 ທີ່ໄດ້ຮັບການປິ່ນປົວຫາຍດີແລ້ວທັງມີວຽກເຮັດງານທຳ, ທັງມີລາຍຮັບໃນໄລຍະຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ, ທັງເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດ. ບັນດາກໍລະນີ F0 ທີ່ໄດ້ຮັບການປິ່ນປົວຫາຍດີ ແລ້ວມີຄວາມປາດຖະໜາຢາກເຂົ້າຮ່ວມລາຍການ ATM F0 ຕ້ານໂລກລະບາດ” ນັ້ນ ຈະໄດ້ຮັບການຝຶກອົບຮົມດ່ວນກ່ຽວກັບຄວາມຮູ້ ກໍຄືທັກສະໃນການດູແລຄົນເຈັບຕິດເຊື້ອພະຍາດໂຄວິດ - 19, ແລ້ວຈະໄດ້ສົ່ງໄປຍັງຮາກຖານສາທາລະນະສຸກ, ໂຮງໝໍ, ເຂດແຍກຕົວແຫ່ງຕ່າງໆ ເພື່ອໜູນຊ່ວຍຖັນແຖວແພດໝໍ, ພະຍາບານ. ທາງສະມາຄົມຈະນຳໃຊ້ຈຳນວນເງິນຊ່ວຍເຫຼືອເຫຼົ່ານັ້ນ ເພື່ອຊ່ວຍເຫຼືອ ກໍລະນີ F0 ທີ່ອາສາສະໝັກເຂົ້າຮ່ວມລາຍການ “ATM F0 ຕ້ານໂລກລະບາດ, ຄາດວ່າ ແຕ່ 6 ຫາ 8 ລ້ານດົ່ງຕໍ່ຄົນຕໍ່ເດືອນ.

        ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານໂລກລະບາດ, ຕອນບ່າຍວັນທີ 17 ສິງຫາ ຜູ້ຕາງໜ້າກະຊວງສາທາລະນະສຸກ ແລະ ຄະນະກຳມະການປະຊາຊົນແຂວງ ຫວິງລອງ ໄດ້ຈັດຕັ້ງພິທີເປີດສະຫຼອງ ແລະ ນຳເຂົ້າເຄື່ອນໄຫວ ສູນຟື້ນຟູຊີບ ຄົນເຈັບຕິດເຊື້ອໂຄວິດ - 19 ຂຶ້ນກັບໂຮງໝໍເດັກສູນກາງ ຕັ້ງຢູ່ ໂຮງໝໍຫຼາຍຂະແໜງ ຫວິງລອງ. ສູນຟື້ນຟູຊີບດັ່ງກ່າວ ມີຂອບຂະໜາດ 200 ຕຽງ ແລະ ສາມາດຮັບກໍລະນີຕິດເຊື້ອໂຄວິດ - 19 ດ້ວຍອາການໜັກໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ