ສະມາຄົມນັກສຶກສາຫວຽດນາມສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ

(VOVWORLD) -ຕອນຄ່ຳວັນທີ 05 ມັງກອນ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມນັກສຶກສາຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາຫວຽດນາມ (09 ມັງກອນ 1950 – 09 ມັງກອນ 2020).

ສະມາຄົມນັກສຶກສາຫວຽດນາມສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ - ảnh 1 ພິທີສະເຫຼີມສະຫຼອງ

(ພາບ: laodong.vn)

ທີ່ພິທີສະເຫຼີມສະຫຼອງ, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ປະດັບໄຫຼໄຊເອກະລາດຊັ້ນ 1 (ຄັ້ງທີ 2) ໃຫ້ແກ່ສະມາຄົມນັກສຶກສາຫວຽດນາມ. ນີ້ແມ່ນນາມມະຍົດອັນສູງສົ່ງ, ຮັບຮອງເອົາບັນດາການປະກອບສ່ວນຂອງສະມາຄົມນັກສຶກສາຫວຽດນາມ ໃນໄລຍະຜ່ານມາ.

          ເນື່ອງໃນໂອກາດນີ້, ມີ 10 ໝູ່ຄະນະທີ່ມີຜົນງານພົ້ນເດັ່ນ, ດີເລີດໃນວຽກງານເຄື່ອນໄຫວຂອງສະມາຄົມ ແລະ ຂະບວນການນັກສຶກສາຫວຽດນາມ ໄດ້ຮັບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ, ມີພະນັກງານຄະນະຊາວໜຸ່ມ, ສະມາຄົມດີເດັ່ນ 100 ຄົນໄດ້ຮັບລາງວັນ “ດາວເດືອນຈຽງ”.

ຕອບກັບ

ຂ່າວ/ບົດ​ອື່ນ