ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ດີໂອຊີນຫວຽດນາມ ຄັດຄ້ານການກະທຳຜິດຂອງຈີນ

ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ດີໂອຊີນຫວຽດນາມ ຄັດຄ້ານການກະທຳຜິດຂອງຈີນ  - ảnh 1
(ພາບປະກອບ)

(vovworld) –   ວັນ​ທີ 17/05, ສູນ​ກາງສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ດີ​ໂອ​ຊີ​ນຫວຽດນາມ ​ໄດ້​ອອກ​ຖະ​ແຫຼ​ງການ​ຄັດຄ້ານ​ເລື່ອງ​ຈີນ​ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໃນ​ເຂດ​ໄຫຼ່​ທະວີບ​ ​ແລະ ​ເຂດ​ເສ​ດຖະກິດ​ຜູກຂາດ​ຂອງ​ຫວຽດນາມ. ຖະ​ແຫຼ​ງການ​ຊີ້​ແຈ້ງວ່າ, ທາງ​ສູນ​ກາງ​ສະມາຄົມສະ​ແດງ​ຄວາມ​ເຫັນ​ດີ​ຢ່າງ​ສູງ​ກັບ​ທັດສະນະ​ຂອງລັດ​ຫວຽດນາມ, ​ເຊິ່ງ​ໄດ້ສະ​ແດງ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາຍ​ົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢຸງ ທີ່​ກອງ​ປະຊຸມ​​ສຸດ​ຍອດອາ​ຊຽນ ຄັ້ງ​ທີ 24 ຢູ່ Nay Pyi Taw, ປະ​ເທດ​ມຽນມາ ​ເມື່ອ​ວັນ​ທີ 11/05/2014. ​ເປັນ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກສົງຄາມ, ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ ດີ​ໂອ​ຊີ​ນຫວຽດນາມ  ກວ່າ 3 ລ້ານ​ຄົນ​ ​ເຂົ້າ​ໃຈ​ແຈ້ງ​ຄຸນຄ່າ​ຂອງ​ສັນຕິພາບ, ຍາມ​ໃດ​ກໍ່​ຢາກມີ​ຊີວິດໃນສັນຕິພາບ, ​ເອກະລາດ, ​ເສລີພາບ, ມິດຕະພາບ​ພ້ອມກັບປະ​ຊາ​ຊົນ​ບັນດາ​ປະ​ເທດ, ​ໃນ​ນັ້ນ​ມີ​ປະຊາຊົນ​ຈີນ. ສະ​ນັ້ນ, ທາງ​ສູນ​ກາງສະມາຄົມ​ຮຽກຮ້ອງ​​ໃຫ້​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ສົງຄາມ, ບັນດາ​ອົງການ, ສ່ວນ​ບຸກຄົນ, ບັນດາ​ກຳລັງ​ທີ່​ຮັກຫອມ​ສັນຕິພາບ​ໃນ​ໂລກ ຕັ້ງ​ໜ້າ​ສະໜັບສະໜູນ​ຫວຽດນາມ ​ໃນ​ການ​ປົກ​ປັກ​ຮັກສາສັນຕິພາບ, ຄວາມ​ສະ​ເໝີ​ພາບ, ຍຸຕິ​ທຳ ​ແລະ ຄວາມ​ເປັນ​ທຳ.

ຂ່າວ/ບົດ​ອື່ນ