ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ປ່ຽນແປງໃໝ່ຮູບແບບການເຄື່ອນໄຫວ

(VOVWORLD) - ແຕ່ລະປີ, ລັດໄດ້ສະຫງວນຈຳນວນເງິນນັບສີບຕື້ດົ່ງເພື່ອອຸດໜູນ, ເບິ່ງແຍງດູແລສຸຂະພາບ, ໜູນຊ່ວຍບັນດາເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດຍ້ອນຖືກຜົນສະທ້ອນຍ້ອນທາດພິດສີສົ້ມ.
ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ປ່ຽນແປງໃໝ່ຮູບແບບການເຄື່ອນໄຫວ - ảnh 1ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ບຸຍທິມິງຮ່ວາຍ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່
(ພາບ: TTXVN)

        ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ຄັ້ງທີ 5, ອາຍຸການ 2023 – 2028, ດ້ວຍຫົວຂໍ້ “ສາມັກຄີ, ສາຍຈິດມິດໃຈ, ມີໜ້າທີ່ຄວາມຮັບຜິດຊອບ, ມຸ່ງໄປເຖິງຜູ້ປະສົບເຄາະຮ້າຍ; ປ່ຽນແປງໃໝ່, ສ້າງສະມາຄົມໃຫ້ໝັ້ນຂົງເຂັ້ມແຂງ; ປະຕິບັດໜ້າທີ່ເຊິ່ງພັກ, ລັດມອບມາຍໃຫ້ເປັນຢ່າງດີ”, ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 29 ທັນວາ, ຢູ່ ຮ່າໂນ້ຍ. ກອງປະຊຸມໃຫຍ່ໄດ້ດຳເນີນແຕ່ວັນທີ 28 – 29 ທັນວາ, ໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 300 ຄົນ, ທີ່ຕາງໜ້າໃຫ້ສະມາຊິກກວ່າ 400.000 ຄົນໃນທົ່ວປະເທດ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ບຸຍທິມິງຮ່ວາຍ, ໃຫ້ຮູ້ວ່າ, ແຕ່ລະປີ, ລັດໄດ້ສະຫງວນຈຳນວນເງິນນັບສີບຕື້ດົ່ງເພື່ອອຸດໜູນ, ເບິ່ງແຍງດູແລສຸຂະພາບ, ໜູນຊ່ວຍບັນດາເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດຍ້ອນຖືກຜົນສະທ້ອນຍ້ອນທາດພິດສີສົ້ມ. ເຖິງຢ່າງໃດກໍ່ຕາມ, ຜົນສະທ້ອນຂອງທາດພິດສີສົ້ມ/ດີໂອຊິນຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງມະນຸດຍັງໜັກໜ່ວງຢູ່, ບັນດານະໂຍບາຍສັງຄົມຍັງບໍ່ທັນຊົດເຊີຍໄດ້ໝົດເທື່ອ. ກ່ຽວກັບໜ້າທີ່ຂອງສະມາຄົມໃນໄລຍະໃໝ່, ທ່ານນາງ ບຸຍທິມິງຮ່ວາຍ, ສະເໜີວ່າ:

        “ຄະນະບໍລິຫານງານຊຸດໃໝ່ ຕ້ອງເອົາໃຈໃສ່ປ່ຽນແປງເນື້ອໃນ, ວິທີການຊີ້ນຳ, ບໍລິຫານໃຫ້ຫຼາຍກວ່າ, ເອົາໃຈໃສ່ຕໍ່ການສະເໜີບັນດາບັນຫາໃຫຍ່ມີລັກສະນະພື້ນຖານ, ຍາວນານ, ສ້າງເງື່ອນໄຂໃຫ້ສະມາຄົມຂັ້ນຮາກຖານຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວ. ສືບຕໍ່ປະຕິບັດວຽກງານຂົນຂວາຍແຫຼ່ງກຳລັງເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ”.

ຕອບກັບ

ຂ່າວ/ບົດ​ອື່ນ