ສະມາຄົມພຸດທະສາສະໜາຫວຽດນາມຍາມໃດກໍ່ຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ

(VOVWORLD) -ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ໄດ້ລົງໄປຢ້ຽມຢາມ ແລະ ອວຍພອນພະມະຫາອາຈານ ທິ໊ກໂຟເຕ້ວ, ສາດສະດາສະມາຄົມພຸດທະສາສະໜາຫວຽດນາມ ຢູ່ວຽນມິງຕຶ, ເມືອງ ຝູຊວຽນ, ນະຄອນຮ່າໂນ້ຍ.
ສະມາຄົມພຸດທະສາສະໜາຫວຽດນາມຍາມໃດກໍ່ຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ - ảnh 1 (ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ອວຍພອນພະມະຫາອາຈານ ທິ໊ກໂຟເຕ້ວ)

ເນື່ອງໃນໂອກາດກະກຽມຕ້ອນຮັບບຸນເຕັດປີຊວດ 2020, ຕອນບ່າຍວັນທີ 14 ມັງກອນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ໄດ້ລົງໄປຢ້ຽມຢາມ ແລະ ອວຍພອນພະມະຫາອາຈານ ທິ໊ກໂຟເຕ້ວ, ສາດສະດາສະມາຄົມພຸດທະສາສະໜາຫວຽດນາມ ຢູ່ວຽນມິງຕຶ, ເມືອງ ຝູຊວຽນ, ນະຄອນຮ່າໂນ້ຍ. ກ່າວຄຳເຫັນນະທີ່ນີ້, ທ່ານເຈິ່ນແທັງເໝິນ ເນັ້ນໜັກວ່າ, ພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ຍາມໃດກໍ່ເຄົາລົບ ແລະ ເສີມຂະຫຍາຍຄຸນຄ່າທາງດ້ານຈິດໃຈ, ຄຸນສົມບັດອັນດີງາມຂອງບັນດາສາສະໜາ; ພ້ອມກັນນັ້ນ ຍາມໃດກໍ່ມີບັນດາແຜນນະໂຍບາຍ, ນະໂຍບາຍຢ່າງລະອຽດ ເພື່ອແນໃສ່ຕິດພັນບັນດາສາສະໜາໃນຊາຍຄາລວມມະຫາສາມັກຄີທົ່ວປວງຊົນທັງຊາດ.

          ສ່ວນພະມະຫາອາຈານ ທິ໊ກໂຟເຕ້ວ ຢືນຢັນວ່າ, ສະມາຄົມພຸດທະສາສະໜາຫວຽດນາມ ຈະສືບຕໍ່ຂົນຂວາຍພະສົງສຳມະເນນ, ພຸດທະສາສະນິກະຊົນທັງຢູ່ພາຍໃນ ແລະ ຕ່າງປະເທດຍາມໃດກໍ່ປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ; ຕັ້ງໜ້າເຂົ້າຮ່ວມບັນດາບັ້ນຂົນຂວາຍ, ຂະບວນການຮັກຊາດ, ການເຄື່ອນໄຫວກຸສົນ, ມະນຸດສະທຳ… ມຸ່ງໄປເຖິງການສ້າງສັງຄົມໃຫ້ມີຄວາມດີງາມ, ສົມບູນພູນສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ