ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ອອກຖະແຫຼງການກ່ຽວກັບ ທະເລຕາເວັນອອກ

ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ອອກຖະແຫຼງການກ່ຽວກັບ ທະເລຕາເວັນອອກ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 24/6, ຢູ່​ນະຄອນ ​ໂຮ່ຈີ​ມິນ, ສູນ​ກາງ​ສະມາ​ຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ​ໄດ້​ຈັດ​ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ ​ແລະ ກໍ່ສ້າງ​ສະມາຄົມ​ຢູ່​ຂັ້ນ​ຮາກຖານ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ທ່ານ ຫງວຽນ​ວັນ​ແຮ່ງ, ກຳມະການ​ປະຈຳ​ຄະນະ​ພັກ​ນະຄອນ ​ແລະ ຜູ້​ແທນ​ກວ່າ 140 ຄົນ, ​ເຊິ່ງ​ແມ່ນ​ການ​ນຳ, ສະມາຊິກສະມາ​ຄົນ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ, ກອງ​ປະຊຸມ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ ​ແລະ ກໍ່ສ້າງ​ສະມາຄົມ​ຂັ້ນ​ຮາກ​ຖານ, ​ແລະ ລະດົມ​ການ​ບໍລິຈາກ​ເງິນ​ສະໜັບສະໜູນ​ບັນດາ​ນັກຮົບ​ທີ່​ພວມ​ປະຕິບັດ​ໜ້າ​ທີ່​ຮັກສາ​ເອກະລາດ, ອະທິປະ​ໄຕ​ຢູ່​ເຂດ​ທະ​ເລ​ເຈື່ອງ​ຊາ, ຮ່ວາງ​ຊາ ຂອງ​ຫວຽດນາມ ໄດ້​​ເກືອບ 24 ລ້ານ​ດົ່ງ ​.

ຕໍ່ໜ້າ​ສະພາບ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ທີ່​ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນຳ້ມັນ​ໄຮ​ຢາງ - 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ. ກອງ​ປະຊຸມ​ສູນ​ກາງສະມາ​ຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ​ໄດ້​ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ​ບັນຫາ​ນີ້.

ຂ່າວ/ບົດ​ອື່ນ