ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຮ່າໂນ້ຍ ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບ ຫວຽດນາມ - ລາວ

(VOVWORLD) - ຕໍ່ໜ້າການຜັນແປສັບສົນຂອງໂລກລະບາດໂຄວິດ -19, ວຽກງານສາກົນກັບລາວ ໄດ້ຮັບການຮັກສາຜ່ານບັນດາຮູບແບບແລກປ່ຽນທາງໄກ, ອັບເດດເປັນປະຈຳ ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງສອງຫົວໜ່ວຍ…
ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຮ່າໂນ້ຍ ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບ ຫວຽດນາມ - ລາວ - ảnh 1ບັນດາຜູ້ແທນຖ່າຍຮູບທີ່ລະນຶກພາຍຫຼັງລາຍການ

ຕອນເຊົ້າວັນທີ 30 ສິງຫາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຮ່າໂນ້ຍ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V, ອາຍຸການ 2022 – 2027. ມີຜູ້ແທນເກືອບ 120 ທ່ານທັງຝ່າຍ ຫວຽດນາມ ແລະ ລາວ ເຂົ້າຮ່ວມ.

        ດ້ວຍການເຄື່ອນໄຫວຫຼາຍຮູບແບບ, ເນື້ອໃນອຸດົມສົມບູນ, ແທດຈິງ, ໃນໄລຍະຜ່ານມາ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຮ່າໂນ້ຍ ແລະ ບັນດາສາຂາສະມາຄົມໄດ້ສ້າງການພົວພັນສະໜິດແໜ້ນກັບສະມາຄົມມິດຕະພາບ ລາວ - ຫວຽດນາມ ນະຄອນຫຼວງ ວຽງຈັນ ແລະ ປະຊາຊົນລາວ ບັນດາເຜົ່າ, ປະກອບສ່ວນເສີມຂະຫຍາຍມູນເຊື້ອມິດຕະພາບແບບພິເສດຂອງສອງຊາດ ຫວຽດນາມ - ລາວ. ຕໍ່ໜ້າການຜັນແປສັບສົນຂອງໂລກລະບາດໂຄວິດ -19, ວຽກງານສາກົນກັບລາວ ໄດ້ຮັບການຮັກສາຜ່ານບັນດາຮູບແບບແລກປ່ຽນທາງໄກ, ອັບເດດເປັນປະຈຳ ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງສອງຫົວໜ່ວຍ… ສະມາຄົມໄດ້ສະໜິດຕິດພັນ, ເຊື່ອມໂຍງໃນວຽກງານພົວພັນຕ່າງປະເທດປະຊາຊົນ, ພິເສດແມ່ນການເຄື່ອນໄຫວຂອງອົງການຈັດຕັ້ງຄະນະຊາວໜຸ່ມນະຄອນ ແລະ ຂະແໜງການສຶກສາ, ໃນນັ້ນມີການເຄື່ອນໄຫວສິດສອນພາສາ ຫວຽດ ໃຫ້ນັກສຶກສາ ລາວ…

        ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ຈັນທະພອນ ຄຳມະນີຈັນ, ຮອງເອກອັກຄະລັດຖະທູດ ສປປ ລາວ ປະຈຳ ຫວຽດນາມ ຕີລາຄາສູງຕໍ່ໝາກຜົນການເຄື່ອນໄຫວຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນຮ່າໂນ້ຍ:

        “ຂ້າພະເຈົ້າເຫັນວ່າ, ໃນຊຸມປີຜ່ານມາ, ສະມາຄົມມິດຕະພາບນະຄອນ ຮ່າໂນ້ຍ ມີຄວາມເອົາໃຈໃສ່, ມີຄວາມຫ້າວຫັນດ້ວຍການເຄື່ອນໄຫວ, ດ້ວຍຫຼາຍຮູບແບບ, ໄດ້ມີການເຊື່ອມຊຶມຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ, ບັນດາມະຕິ ກໍ່ຄືບັນດາຂໍ້ຕົກລົງຂັ້ນສູງຂອງສອງພັກ, ສອງລັດຊຶ່ງໄດ້ນຳເອົາໝາກຜົນຕົວຈິງມາໃຫ້ແກ່ປະຊາຊົນ. ກໍ່ຄືປະກອບສ່ວນຕົວຈິງໃນການພັດທະນາສາຍພົວພັນມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ຂອງລັດ ແລະ ປະຊາຊົນສອງຊາດລາວ - ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ ນຳເອົາຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງປະເທດລາວ ແລະ ຫວຽດນາມ, ໂດຍສະເພາະແມ່ນປະຊາຊົນສອງນະຄອນຫຼວງ ຮ່າໂນ້ຍ ແລະ ວຽງຈັນ. ສະຖານທູດຫວັງວ່າຈະໄດ້ສືບຕໍ່ຮັບການຮ່ວມມື, ຊ່ວຍເຫຼືອຈາກສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນຫຼວງຮ່າໂນ້ຍ ເພື່ອເຮັດແນວໃດໃຫ້ພວກຂ້າພະເຈົ້າ ທີ່ມາປະຕິບັດໜ້າທີ່ການທູດຢູ່ ສສ ຫວຽດນາມ, ໂດຍສະເພາະນະຄອນຫຼວງຮ່າໂນ້ຍ, ຍາດໄດ້ຜົນສຳເລັດໜ້າທີ່ເຊິ່ງພັກ, ລັດມອບໝາຍໃຫ້.”

ຕອບກັບ

ຂ່າວ/ບົດ​ອື່ນ