ສະມາຄົມມິດຕະພາບ ອີຕາລີ - ຫວຽດນາມ ອອກສິ່ງພິມພິເສດກ່ຽວກັບໝູ່ເກາະຮ່ວາງຊາ - ເຈື່ອງຊາ

ສະມາຄົມມິດຕະພາບ ອີຕາລີ - ຫວຽດນາມ ອອກສິ່ງພິມພິເສດກ່ຽວກັບໝູ່ເກາະຮ່ວາງຊາ - ເຈື່ອງຊາ - ảnh 1
ສິ່ງ​ພິມ​ໄດ້​ຈຳໜ່າຍ​ເປັນ​ພາສາ​ອີ​ຕາ​ລີ
(ພາບ: Vietnam+)

(vovworld) – ສະມາຄົມ​ມິດຕະພາບ​ອີ​ຕາ​ລີ - ຫວຽດນາມ ອອກ​ສິ່ງ​ພິມ​ພິ​ເສດ​ກ່ຽວ​ກັບໝູ່​ເກາະ​ຮ່ວາງ​ຊາ - ​ເຈື່ອງ​ຊາ, ສິ່ງ​ພິມ​ໄດ້​ຈຳໜ່າຍ​ເປັນ​ພາສາ​ອີ​ຕາ​ລີ, ດ້ວຍ​ຫົວ​ຂ້ໍ “ໝູ່​ເກາະ​ຮ່ວາງ​ຊາ - ​ເຈື່ອງ​ຊາ, ພາກ​ສ່ວນ​​ເອກະພາບ ​ແລະ ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ຜືນ​​ແຜ່ນດິນ​ຫວຽດນາມ ​ໄດ້”, ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ພິມ​ຈຳໜ່າຍ​ວາລະສານ Mekong. ທ່ານ​ນາງ Sandra Scagliotti, ກົງ​ສູນ​ກິຕິ​ມະ​ສັກ​ຫວຽດນາມ ຢູ່ Turin ​ທັງແມ່ນ​ຫົວໜ້າ​ວາລະສານ​ດັ່ງກ່າວ​ຢືນຢັນ​ວ່າ, ​ເລື່ອງ​ຮຽບຮຽງ​ສິ່ງ​ພິມ​ພິ​ເສດ​ກ່ຽວ​ກັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ຂອງ​ຫວຽດນາມ ​ແມ່ນ​ວຽກ​ງານ​ເຊິ່ງບັນດາ​ຊາວ​ອີ​ຕາ​ລີ ທີ່ມີ​ມະ​ໂນ​ທຳຕ້ອງ​ເຮັດ, ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ການ​ສະໜັບສະໜູນ​ຫວຽດນາມ ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ. ຕາມ​ທ່ານ​ນາງ​ແລ້ວ, ສິ່ງ​ພິມ​ຈະ​ຊ່ວຍ​ໃຫ້​ຊາວ​ອີ​ຕາ​ລີ ​ເຂົ້າ​ໃຈ​ແຈ້ງ​ກວ່າ​ກ່ຽວ​ກັບ​ບັນຫາ​ອະທິປ​ະ​ໄຕ​ທີ່​ບໍ່​ອາດ​ປະຕິ​ເສດ​ໄດ້​ຂອງ​ຫວຽດນາມ ກ່ຽວ​ກັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ກໍ່​ຄື​ມີ​ຄວາມເຂົ້າ​ໃຈຢ່າງ​ລະອຽດ​ກວ່າກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວ​ຂອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ.

   ບັນດາ​ເອກະສານ​ໃນ​ສິ່ງ​ພິມ​ສະ​ແດງ​ໃຫ້​ເຫັນ​ບັນດາ​ເຫດ​ການການ​ເມືອງ, ປະຫວັດສາດ, ພິ​ເສດ​ແມ່ນ​ໃນ​ສະພາບ​ຫວ່າງ​ແລ້ວ​ນີ້ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ເຂົ້າ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ການ​ກະທຳ​​ດັ່ງກ່າວໄດ້​ເຮັດ​​ໃຫ້ຫາງ​ສຽງ​ມີ​ຄວາມ​ວິຕົກ​ກັງວົນ, ​ເປັນສິ່ງ​ທ້າ​ທາຍ​ສຳລັບ​ກົດ​ໝາຍສາກົນ ​ແລະ ສັນຕິພາບ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ຂ່າວ/ບົດ​ອື່ນ