ສະມາຄົມມິດຕະພາບ ເຊັກໂກ-ຫວຽດນາມ ປະກອບສ່ວນສ້າງໄມຕີຈິດມິດຕະພາບລະຫວ່າງສອງປະເທດ

(VOVWORLD) -ວັນທີ 14 ທັນວາ, ຢູ່ນະຄອນຫຼວງ ປຣາຮາ, ສະມາຄົມມິດຕະພາບ ເຊັກໂກ-ຫວຽດນາມ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 23 ເພື່ອສະຫຼຸບວຽກງານປີ 2019 ແລະ ວາງອອກທິດທາງແຜນການເຄື່ອນໄຫວແນໃສ່ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ເຊັກໂກ.

ກ່າວຄຳປາໄສຢູ່ກອງປະຊຸມໃຫຍ່,ທ່ານ ປະທານ  ສະມາຄົມມິດຕະພາບ ເຊັກໂກ-ຫວຽດນາມ Milos Kusy ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ສະມາຄົມມິດຕະພາບ ເຊັກໂກ-ຫວຽດນາມ ຈະຮ່ວມເດີນທາງພ້ອມກັບສະຖານທູດ ຫວຽດນາມ ແລະ ສະມາຄົມຊາວຫວຽດນາມອາໄສຢູ່ ເຊັກໂກ ປະກອບສ່ວນຈັດຕັ້ງສຳເລັດບັນດາເຫດການຢູ່ ເຊັກໂກ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນດ້ານການທູດລະຫວ່າງ ຫວຽດນາມ ແລະ ເຊັກໂກ (2/1950 - 2/2020). ຄຽງຄູ່ກັນນັ້ນ, ທາງສະມາຄົມຈະຊອກຫາບັນດາແຫຼ່ງງົບປະມານເພື່ອໃຊ້ຈ່າຍໃຫ້ແກ່ບັນດາໂຄງການເຊື່ອມຕົວເຂົ້າກັບສັງຄົມ, ເປັນຕົ້ນແມ່ນໂຄງການບຳລຸງພາສາ ເຊັກໂກ ເພື່ອຊ່ວຍວົງຄະນະຍາດຊາວຫວຽດນາມເຊື່ອມຕົວເຂົ້າກັບສັງຄົມປະເທດປະຈຳຖິ່ນ ໄດ້ດີກວ່າ ແລະ ຈະມານະພະຍາຍາມຊຸກຍູ້ການຮ່ວມມືອອກແຮງງານລະຫວ່າງສອງປະເທດເພື່ອໃຫ້ຊາວ ຫວຽດນາມໄດ້ເຮັດວຽກໃນບັນດາບໍລິສັດຂອງ ເຊັກໂກ.

ຕອບກັບ

ຂ່າວ/ບົດ​ອື່ນ