ສະ​ມາ​ຄົມ​ມິດ​ຕະ​ພາບ​ແບນ​ຊິກ - ຫວຽດ​ນາມ ​ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ພຽງ​​ລຳ​ພັງ​ຝ່າຍ​ດຽວ

(VOVWORLD) -ໃນສະພາບການ ທີ່ຈີນພວມເພີ່ມທະວີການກະທຳພຽງລຳພັງຝ່າຍດຽວຢູ່ທະເລຕາເວັນອອກ, ຫວ່າງມໍ່ໆມານີ້ິ້, ທ່ານ Pierre Grega ປະທານສະມາຄົມມິດຕະພາບແບນຊິກ - ຫວຽດນາມ ໄດ້ຢັ້ງຢືນວ່າ ສະມາຄົມມິດຕະພາບແບນຊິກ - ຫວຽດນາມ ໄດ້ສະໜັບສະໜູນປະຊາຊົນ ຫວຽດນາມ, ພ້ອມທັງຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີຄວາມກົດດັນເພື່ອແນໃສ່ຢຸດຕິບັນດາການກະທຳກໍ່ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກພຽງລຳພັງຝ່າຍດຽວ, ພ້ອມທັງຊອກຫາມາດຕະການແກ້ໄຂການຂັດແຍ່ງຢູ່ທະເລເວັນອອກອີງໃສ່ກົດໝາຍສາກົນໂດຍໄວ.
ສະ​ມາ​ຄົມ​ມິດ​ຕະ​ພາບ​ແບນ​ຊິກ - ຫວຽດ​ນາມ ​ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ພຽງ​​ລຳ​ພັງ​ຝ່າຍ​ດຽວ - ảnh 1ກ່ຳປັ່ນສຳຫຼວດໄຮ້ຢາງ 8 (ພາບ: TTXVN)

ທ່ານ Pierre Grega ໄດ້ຊີ້ແຈ້ງວ່າ ບັນດາການກະທຳກໍ່ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກພຽງລຳພັງຝ່າຍດຽວຫວ່າງມໍ່ໆມານີ້ ອາດຈະເວົ້າເຖິງກໍລະນີທີ່ກ່ຳປັ່ນຕຳຫຼວດ ຈີນ ຕຳກ່ຳປັ່ນຫາປາຫວຽດນາມຈົມນ້ຳຢູ່ໝູ່ເກາະຮ່ວາງຊາ, ຈັດສົ່ງກ່ຳປັ່ນສຳຫຼວດໄຮ້ຢາງ 8 ໄປຍັງເຂດເສດຖະກິດຈຳເພາະ (EEZ) ຂອງຫວຽດນາມ ແລະ EEZ ຂອງ ມາເຊເຊຍ, ຖະແຫຼງສ້າງຕັ້ງ “ເຂດຊີຊາ” (ໝາຍຄວາມວ່າແມ່ນໝູ່ເກາະຮ່ວາງຊາຂອງ ຫວຽດນາມ) ແລະ “ເຂດໜານຊາ” (ໝາຍຄວາມວ່າແມ່ນ ໝູ່ເກາະເຈື່ອງຊາຂອງຫວຽດນາມຂຶ້ນກັບອັນທີ່ເອີ້ນວ່າ “ນະຄອນ ຕາມຊາ”…ທ່ານກໍ່ໄດ້ເນັ້ນໜັກເຖິງບັນດາການກະທຳພຽງລຳພັງຝ່າຍດຽວນີ້ໄປຝຶນກັບບັນດາຫຼັກການພື້ນຖານແນະນຳການແກ້ໄຂບັນດາບັນຫາຢູ່ທະເລ, ກໍ່ຄືໄປຝຶນກັບຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍ ຢູ່ທະເລຕາເວັນອອກ (DOC) ທີ່ໄດ້ລົງນາມເມື່ອປີ 2002 ລະຫວ່າງ ອາຊຽນກັບຈີນ. ໄປຄຽງຄູ່ກັນນັ້ນ, ບັນດາການກະທຳເຫຼົ່ານີ້ ຍັງໄດ້ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ, ກໍ່ຜົນກະທ້ອນຢ່າງແຮງເຖິງວິວັດທະນາການເຈລະຈາລະຫວ່າງ ຈີນກັບບັນດາປະເທດອາຊຽນ ເພື່ອແນໃສ່ບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ທີ່ມີລັກສະນະຜູກມັດດ້ານນິຕິກຳ.

        ຕໍ່ໜ້າບັນດາການກະທຳພຽງລຳພັງຝ່າຍດຽວຂອງຈີນ, ສະມາຄົມມິດຕະພາບແບນຊິກ - ຫວຽດນາມໄດ້ເນັ້ນໜັກວ່າ ຊາວປະມົງຫວຽດນາມຕ້ອງໄດ້ຮັບຄວາມປອດໄພໃນການຫາປາຢູ່ ເຂດທະເລຂອງປະເທດນີ້. ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກຄວນໄດ້ຮັບການແກ້ໄຂໃນຂອບເຂດຂອງກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ຕອບກັບ

ຂ່າວ/ບົດ​ອື່ນ