ສະມາຄົມມິດຕະພາບແບນຊິກ-ຫວຽດນາມ ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ກ່ຽວກັບອະທິປະໄຕທີ່ຖືກຕ້ອງຕາມກົດໝາຍຢູ່ທະເລຕາເວັນອອກ

(VOVWORLD) -ສະມາຄົມມິດຕະພາບ ແບນຊິກ-ຫວຽດນາມ ຖືວ່າ ເລື່ອງ ຈີນ ຖະແຫຼງອະທິປະໄຕຢູ່ທະເລຕາເວັນອອກເກືອບທັງໝົດພຽງລຳພັງຝ່າຍດຽວ ແມ່ນໄປຝືນກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).
ສະມາຄົມມິດຕະພາບແບນຊິກ-ຫວຽດນາມ ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ກ່ຽວກັບອະທິປະໄຕທີ່ຖືກຕ້ອງຕາມກົດໝາຍຢູ່ທະເລຕາເວັນອອກ - ảnh 1(ພາບປະກອບ: TTXVN)

ວັນທີ 29 ມີນາ, ສະມາຄົມມິດຕະພາບ ແບນຊິກ-ຫວຽດນາມ ຢືນຢັນການສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ກ່ຽວກັບອະທິປະໄຕທີ່ຖືກຕ້ອງຕາມກົດໝາຍຢູ່ທະເລຕາເວັນອອກ. ເມື່ອເຕື້ອງເຖິງເລື່ອງ ຫວຽດນາມ ຮຽກຮ້ອງໃຫ້ ຈີນ ຢຸດຕິການກະທຳລະເມີດອະທິປະໄຕຂອງຫວຽດນາມ ຢູ່ທະເລຕາເວັນອອກ, ທ່ານປະທານສະມາຄົມມິດຕະພາບ ແບນຊິກ-ຫວຽດນາມ Pierre Grega, ຊີ້ແຈ້ງວ່າ: ສະມາຄົມມິດຕະພາບ ແບນຊິກ-ຫວຽດນາມ ຖືວ່າ ເລື່ອງ ຈີນ ຖະແຫຼງອະທິປະໄຕຢູ່ທະເລຕາເວັນອອກເກືອບທັງໝົດພຽງລຳພັງຝ່າຍດຽວ ແມ່ນໄປຝືນກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 25 ມີນາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງ ມີກ່ຳປັ່ນຂອງ ຈີນ ຫຼາຍລຳເຄື່ອນໄຫວຢູ່ເຂດ ບ້າຍບາເດົ່າ, ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຢືນຢັນວ່າ: ການເຄື່ອນໄຫວຂອງບັນດາກ່ຳປັ່ນຂອງ ຈີນ ແມ່ນລະເມີດອະທິປະໄຕຂອງຫວຽດນາມ, ລະເມີດຂໍ້ກຳນົດຂອງ UNCLOS ກ່ຽວກັບການເຄື່ອນໄຫວຂອງກ່ຳປັ່ນຕ່າງປະເທດໃນເຂດນ່ານທະເລຂອງປະເທດເຂດແຄມທະເລ, ໄປຝືນກັບຈິດໃຈ ແລະ ເນື້ອໃນຂອງຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ມີຜົນປະໂຫຍດຕໍ່ວິວັດທະນາການເຈລະຈາກົດແຫ່ງການປະພຶດລະຫວ່າງອາຊຽນ ແລະ ຈີນ ຢູ່ທະເລຕາເວັນອອກ (COC). ຫວຽດນາມ ຮຽກຮ້ອງໃຫ້ ຈີນ ຕ້ອງຢຸດຕິການກະທຳລະເມີດ; ເຄົາລົບອະທິປະໄຕຂອງຫວຽດນາມ; ມີເຈດຕະນາດີໃນການປະຕິບັດ UNCLOS; ເຄົາລົບ DOC ຢ່າງເຂັ້ມງວດ, ພິເສດແມ່ນພັນທະລະອົດກັ້ນ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ; ສ້າງສະພາບແວດລ້ອມແຫ່ງຄວາມສະດວກໃນວິວັດທະນະການເຈລະຈາ COC; ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງນິຕິກຳບົນທະເລຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ