ສະມາຄົມວິຈິດສິນຫວຽດນາມຄັດຄ້ານການກະທຳຜິດຂອງຈີນ

ສະມາຄົມວິຈິດສິນຫວຽດນາມຄັດຄ້ານການກະທຳຜິດຂອງຈີນ - ảnh 1
ກຳປັ່ນຄຸ້ມກັນແກຮ້ານເຈາະນ້ຳມັນຂອງຈີນ ສີດນ້ຳໃສ່ກຳປັນປະຕິບັດກົດໝາຍຂອງຫວຽດນາມ

​(vovworld)- ໃນ​ຖະ​ແຫຼງການ​ເມື່ອ​ວັນ​ທີ 26/5, ສະມາຄົມ​ວິຈິດ​ສິນ​ຫວຽດນາມ​​ເດັດ​ດຽວຄັດຄ້ານ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ສະມາຄົມ​ວິຈິດ​ສິນ​ຫວຽດນາມ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ ​ແລະ ລັດ, ​ເດັດ​ດຽວ​ພ້ອມ​ກັບ​ພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ​ສາ​ມົກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ພ້ອມ​ທັງ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະພາບ​ເພື່ອ​ພັດທະນາ​ປະ​ເທດ​ຊາດ​ແບບ​ຍືນ​ຍົງ. ສະມາຄົມ​ວິຈິດ​ສິນ​ຫວຽດນາມ ຢືນຢັນ​ຄວາມ​ຫວັງ​ຢາກ​ຊຸກຍູ້​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະຊາຊົນ​ນັກ​ປະຕິ​ມາກອນ 2 ປະ​ເທດ​ຫວຽດນາມ-ຈີນ​, ພ້ອມ​ທັງ​ສະ​ແດງ​ການ​ຄັດຄ້ານ​ຕໍ່​ການ​ກະທຳ​ໄປ​ຝືນ​ກັບ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ . 

ຂ່າວ/ບົດ​ອື່ນ