ສະມາຄົມວິທະຍາສາດເຕັກນິກພະລັງງານຫວຽດນາມ ຮັບຫຼຽນໄຊແຮງງານຊັ້ນ 3

ສະມາຄົມວິທະຍາສາດເຕັກນິກພະລັງງານຫວຽດນາມ ຮັບຫຼຽນໄຊແຮງງານຊັ້ນ 3 - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ກ່າວຄຳເຫັນທີ່ພິທີມອບຫລຽນໄຊ
(ພາບ: baodientuchinhphu )


Vovworld- ວັນທີ 28/4 ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ​ໄດ້​ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 3 ​ໃຫ້​ແກ່​ສະມາຄົມ​ວິທະຍາສາດ​ເຕັກນິກ​ພະລັງງານຫວຽດນາມ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ການ​ກໍ່ສ້າງ ​ແລະ ພັດທະນາ​ຂອງ​ສະມາຄົມ. ທ່ານຮອງ​ນາຍົກລັດຖະມົນຕີ ຫວຽດນາມ Hoang Trung Hai ​ໄດ້​ຮັບ​ຮູ້​ບັນດາ​ຄວາມ​ພະຍາຍາມ, ປະກອບສ່ວນ​ຂອງ ສະມາຄົມ​ວິທະຍາສາດ​ເຕັກນິກ​ພະລັງງານຫວຽດນາມ​​ໃນ​ຕະຫຼອດ 20 ປີຜ່ານມາ, ຊຶ່ງສາມາດຢັ້ງຢືນບົດບາດພັດທະນາທັງທາງດ້ານ ຈຳນວນ  ແລະ ຄຸນ​ນະພາ​ບ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຖັນ​ແຖວ​ປັນຍາ​ຊົນ​ຂະ​ແໜງ​ພະລັງງານ, ພິ​ເສດ​ປະກອບ​ສວ່ນພັດທະນາ ຂະ​ແໜງ​ພະລັງງານຫວຽດນາມ. ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ຍັງ​ສະ​ເໜີ​ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ສະມາຄົມ​ວິທະຍາສາດ​ເຕັກນິກ​ພະລັງງານຫວຽດນາມ​ ຄວນ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂະຫຍັນ​ຂັ່ນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ກໍ່ສ້າງ​ທິດ​ທາງການ​ເຄື​ອ່ນ​ໄຫວ​ໃນ​ຊຸມ​ປີ​ຕໍ່​​ໄປ, ສ້າງ​ບັນດາ​ມາດຖານ, ຕົວ​ຊີ້​ວັດ​ດ້ານ​ເຕັກນິກ​ທີ່​ກ່ຽວຂ້ອງ​ການ​ພັດທະນາ​ຂອງ ຂະ​ແໜງ​ພະລັງງານ ​ແນ​ໃສ່​ຈຸດໝາຍ​ສ່ອງ​ແສງ​ລະດັບ​ວິ​ທະ​ນາສາ​ດ ​ແລະ ​ເຕັກ​ໂນ​ໂລ​ຢີຢ່າງ​ພາວະ​ວິ​ໄສ​ຕໍ່​ພາລະກິດ​ພັດທະນາ ຂະ​ແໜງ​ອຸດສາຫະດຳພະລັງງານ ຫວຽດນາມ.

ຂ່າວ/ບົດ​ອື່ນ