ສະມາຄົມວິສາຫະກິດຫວຽດນາມ ຢູ່ ນະຄອນຫລວງ ວຽງຈັນ: ປ່ຽນໃຫມ່ - ສາມັກຄີ - ຮ່ວມມື ແລະ ພັດທະນາ.

(VOVWORLD) -ກອງປະຊຸມໄດ້ຮັບຮອງເອົາກົດລະບຽບຂອງສະມາຄົມ, ເລືອກຕັ້ງຄະນະບໍລິຫານງານຊຸດທີ I ລວມມີສະມາຊິກ 9 ຄົນ ໂດຍທ່ານ ຫງວຽນຊວນຮ່າ ຜູ້ອຳນວຍການໃຫຍ່ ບໍລິສັດ ສາຍຂອງ ເປັນປະທານ. 
ສະມາຄົມວິສາຫະກິດຫວຽດນາມ ຢູ່ ນະຄອນຫລວງ ວຽງຈັນ: ປ່ຽນໃຫມ່ - ສາມັກຄີ - ຮ່ວມມື ແລະ ພັດທະນາ. - ảnh 1ກອງປະຊຸມໃຫຍ່ຄັ້ງທີ 1 ອາຍຸການ 2022 – 2027 ຂອງສະມາຄົມວິສາຫະກິດຫວຽດນາມ ຢູ່ ນະຄອນຫລວງ ວຽງຈັນ. (ພາບ: VOV)

ຕອນບ່າຍວັນທີ 1 ກໍລະກົດ, ຢູ່ ນະຄອນຫລວງ ວຽງຈັນ ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ 1 ອາຍຸການ 2022 – 2027 ຂອງສະມາຄົມວິສາຫະກິດຫວຽດນາມ ຢູ່ ນະຄອນຫລວງ ວຽງຈັນ. ກອງປະຊຸມໄດ້ຮັບຮອງເອົາກົດລະບຽບຂອງສະມາຄົມ, ເລືອກຕັ້ງຄະນະບໍລິຫານງານຊຸດທີ I ລວມມີສະມາຊິກ 9 ຄົນ ໂດຍທ່ານ ຫງວຽນຊວນຮ່າ ຜູ້ອຳນວຍການໃຫຍ່ ບໍລິສັດ ສາຍຂອງ ເປັນປະທານ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຊວນຮ່າ ໄດ້ໃຫ້ຄຳໝັ້ນໝາຍ: ອາຍຸການນີ້ ດ້ວຍຈິດໃຈ ປ່ຽນໃຫມ່ - ສາມັກຄີ - ຮ່ວມມື ແລະ ພັດທະນາ, ຄະນະບໍລິຫານງານຂອງສະມາຄົມ ບັນລຸໄດ້ເປົ້າໝາຍສຳເລັດ 15 ຫນ້າທີ່ຈຸດສຸມ. ຄຽງຄູ່ກັນນັ້ນ ສະມາຄົມຈະສືບຕໍ່ເຊື້ອເຊີນບັນດາວິສາຫະກິດໃຫຍ່ຂອງຫວຽດນາມ ມາລົງທຶນດຳເນີນທຸລະກິດ ຢູ່ ລາວ ໃນບັນດາຂົງເຂດພື້ນຖານໂຄງລ່າງດ້ານຄົມມະນາຄົມ, ພື້ນຖານໂຄງລ່າງພະລັງງານ, ກະສິກຳປ່າໄມ້, ການຜະລິດ ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ, ການສຶກສາ, ສາທາລະນະສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ