ສະມາຄົມແມ່ຍິງຫວຽດນາມ - ກຳປູເຈຍ ເພີ່ມທະວີການຮ່ວມມື

ສະມາຄົມແມ່ຍິງຫວຽດນາມ - ກຳປູເຈຍ ເພີ່ມທະວີການຮ່ວມມື - ảnh 1
ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່ວາ ແລະ ທ່ານ​ນາງ Men Samol
ລົງນາມໃນສັນຍາຮ່ວມມື
(ພາບ: vietnamplus.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 21/01, ຢູ່ ພະ​ນົມເປັນ, ປະ​ເທດ​ກຳ​ປູ​ເຈຍ, ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່ວາ, ກຳມະການ​ສູນ​ກາງ​ພັກ​ກອມມູນິດ​ຫວຽດນາມ, ປະທານ​ສະຫະພັນ​ແມ່ຍິງຫວຽດນາມ ​ແລະ ທ່ານ​ນາງ Men Samol, ກຳມະການ​ຜູ້​ປະຈຳການ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP), ຮອງ​ນາຍົກລັດຖະມົນຕີຜູ້​ປະຈຳການ​ລັດຖະບານ, ປະທານ​ສະ​ມາ​ຄົມແມ່​ຍິງ​ກຳປູ​ເຈຍ ​ເພື່ອ​ສັນຕິພາບ ​ແລະ ພັດທະນາ, ​​ໄດ້ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2013 – 2017. ​ເນື່ອງ​ໃນ​ໂອກາດ​ນີ້, 2 ຝ່າຍ​ໄດ້​ຈັດ​ພິທີມອບ​ຫຼຽນ​ໄຊ ຂອງ 2 ປະ​ເທດ​ໃຫ້​ແກ່​ບັນດ​າການ​ນຳ, ພະນັກ​ງານ​ສະມາຄົມ​ແມ່ຍິງ ທີ່​ໄດ້​ປະກອບສ່ວນອັນ​ລ້ຳ​ຄ່າຫຼາຍ​ຢ່າງ​​ ​ເຂົ້າ​ໃນ​ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ສາມັກຄີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ, ກໍ​ຄື​ການ​ພັດທະນາ​ຂອງ​ແມ່ຍິງ ​ແລະ ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ​ຢູ່​ທັງ 2 ປະ​ເທດ. ທີ່​ພິທີ, ທ່ານ​ນາງ Men Samol ​ໄດ້​ມອບ​ຫຼຽນ​ໄຊຄຸນງາມຄວາມດີຂອງລັດຖະບານ​ກຳປູ​ເຈຍ ​ໃຫ້​ແກ່ການ​ນຳ, ອະ​ດີດ​ການ​ນຳ ​ແລະ ພະນັກງານສະຫະພັນ​ແມ່ຍິງ​ຫວຽດນາມທຸກ​ຂັ້ນ 31 ທ່ານ. ສ່ວນ​ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່ວາ ກໍ​ໄດ້​ມອບ​ຫຼຽນ​​ໄຊ​ມິດຕະພາບຂອງ​ລັດ​ຫວຽດນາມ ​ໃຫ້​ແກ່​ທ່ານ​ນາງ Men Samol, ກຳມາກ​ານ CPP, ສະມາຊິກ​ສະພາ​ສູງ, ຮອງ​ປະທານ​ສະມາຄົມ​ແມ່ຍິງ​ກຳປູ​ເຈຍ ​ເພື່ອ​ສັນຕິພາບ ​ແລະ ພັດທະນາ; ທ່ານ​ນາງ Chhouk Chhim, ສະມາຊິກ​ສະພາ​ສູງ, ອະດີດ​ປະທານ​ສະຫະພັນ​ແມ່ຍິງ​ກຳປູ​ເຈຍ ເພື່ອ​ສັນຕິພາບ ​ແລະ ພັດທະນາ; ພ້ອມ​ທັງ​ມອບ “ຫຼຽນ​ກາ​ທີ່​ລະ​ນຶກ​ເພື່ອ​ການ​ພັດທະນາ​ຂອງ​ແມ່ຍິງ​ຫວຽດນາມ” ​ໃຫ້​ແກ່​ການ​ນຳ, ພະນັກງານ​ສະມາຄົມ​ແມ່ຍິງ​ກຳ​ປູ​ເຈຍ ເພື່ອ​ສັນຕິພາບ ​ແລະ ພັດທະນາ 9 ທ່ານ.

ຂ່າວ/ບົດ​ອື່ນ