ສະມາຄົມແມ່ຍິງອາຊຽນຈັດຕັ້ງພິທີສະເໜີຕົວຄະນະບໍລິຫານງານໃໝ່

ສະມາຄົມແມ່ຍິງອາຊຽນຈັດຕັ້ງພິທີສະເໜີຕົວຄະນະບໍລິຫານງານໃໝ່ - ảnh 1
ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ແມ່​ຍິງ ອາ​ຊຽນ ອາ​ຍຸ​ການ 2017 - 2018
(ພາບ: Đỗ Quyên/TTXVN)

 (vovworld) - ວັນ​ທີ 3/3, ສະມາຄົມ​ແມ່ຍິງ​ອາ​ຊຽນ (AWC) ຈັດ​ຕັ້ງ​ພິທີ​ສະ​ເໜີ​ຕົວ​ຄະນະ​ບໍລິຫານ​ງານ​ໃໝ່, ອາຍຸ​ການ 2015-2016, ຢູ່​ສຳນັກງານ​ຄະນະ​ເລຂາ ອາ​ຊຽນ ທີ່​ນະຄອນຫຼວງ ຢາ​ກາກ​ຕາ, ​ແຫ່ງ ອິນ​ໂດ​ເນ​ເຊຍ. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ Mochtan ຮອງ​ເລຂາທິການ​ໃຫຍ່ ອາ​ຊຽນ ​ໄດ້​ເຕື້ອງ​ເຖິງ​ຜົນງານ​ຕ່າງໆ​ໃນ​ການ​ເຄື່ອນ​ໄຫວ​ຂອງ AWC  ​ແລະ ​ເນັ້ນ​ໜັກ​ວ່າການ​ເຄື່ອນ​ໄຫວ​ທັງ​ໝົດ​ລ້ວນ​ແຕ່​ມີ​ຄວາມ​ໝາຍ​ສັງຄົມ, ວັດທະນະທຳ​ມະນຸດ. ທ່ານ​ຖື​ວ່າ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ​ຂອງ​ສະພາ​ແມ່ຍິງ ອາ​ຊຽນ ​ໃນ​ໄລຍະ​ຜ່ານ​ມາ, ​ໄດ້​ເປັນ​ການ​ຢືນຢັນ​ເຖິງ​ບົດບາດ​ຂອງ​ແມ່ຍິງ​ໃນ​ພາກ​ພື້ນ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ປະຊາ​ຄົມ ອາ​ຊຽນ.

ນະ​ພິທີ, ຕຳ​ແໜ່​ງປະທານ AWC ອາຍຸ​ການ 2017-2018 ​ແມ່ນ​ມອບ​ໃຫ້​ທ່ານ​ນາງ Sari Percaya, ພັນ​ລະ​ຍາ​ຂອງ​ຫົວໜ້າ SOM ອາ​ຊຽນ ​ແຫ່ງອິນ​ໂດ​ເນ​ເຊຍ. ທ່ານ​ນາງ Sari Percaya ສະ​ແດງ​ຄວາມ​ປາຖະໜາ​ຢາກ​ໄດ້​ຮັບ​ການ​ສະໜັບສະໜູນຈາກບັນດາ​ສະມາຊິກ AWC ​ແນ​ໃສ່​ເສີມ​ຂະຫຍາຍ​ບັນດາ​ຜົນສຳ​ເລັດ​ຂອງ AWC ກວ່າ​ອີກ; ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ​ຂອງ AWC, ປະກອບສ່ວນ​ຢືນຢັນ​ຄືນ​ໃໝ່​ບົດບາດ​ຂອງ​ແມ່ຍິງ​ໃນ​ການ​ພັດທະນາ​ຂອງ​ອາ​ຊຽນ.

ຂ່າວ/ບົດ​ອື່ນ