ສະມາຊິກຊາວໜຸ່ມ, ຊາວໜຸ່ມປະຈັນບານອາສາສະໝັກເພື່ອວົງຄະນະຍາດ

(VOVWORLD) - ວັນທີ 05 ມິຖຸນາ, ຄະນະຊາວໜຸ່ມແຂວງ ຫວີງຟຸກ, ແທັງຮ໊ວາ ແລະ ດັກລັກ ໄດ້ຈັດຕັ້ງພິທີເຄື່ອນພົນບັ້ນຂົນຂວາຍຊາວໜຸ່ມອາສາສະໝັກລະດູຮ້ອນ 2019 ແລະ ຕອບສະໜອງວັນສິ່ງແວດລ້ອມໂລກ.

ສະມາຊິກຊາວໜຸ່ມ, ຊາວໜຸ່ມປະຈັນບານອາສາສະໝັກເພື່ອວົງຄະນະຍາດ - ảnh 1ສະມາຊິກຊາວໜຸ່ມ, ຊາວໜຸ່ມປະຈັນບານອາສາສະໝັກເພື່ອວົງຄະນະຍາດ (ພາບ: doanthanhnien.vn)

ດ້ວຍຫົວຂໍ້ວ່າ “ໄວໜຸ່ມ ຫວີງຟຸກ ອາສາສະໝັກເພື່ອວົງຄະນະຍາດ”, ບັ້ນຂົນຂວາຍຊາວໜຸ່ມອາສາສະໝັກລະດູຮ້ອນ 2019 ແນໃສ່ເສີມຂະຫຍາຍຈິດໃຈປະຈັນບານ, ອາສາສະໝັກຂອງຊາວໜຸ່ມ; ປະກອບສ່ວນຮັບປະກັນຊີວິດສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

        ບັ້ນຂົນຂວາຍຊາວໜຸ່ມອາສາສະໝັກລະດູຮ້ອນ 2019 ຂອງໄວໜຸ່ມ ແທັງຮ໊ວາ ຈະດຳເນີນແຕ່ເດືອນ ມິຖຸນາ - ເດືອນ ສິງຫາ 2019 ດ້ວຍບັນດາການເຄື່ອນໄຫວແທດຈິງຫລາຍຢ່າງ, ສຸມໃສ່ເສີມຂະຫຍາຍຈິດໃຈປະຈັນບານຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມໃນການສ້າງສາ, ພັດທະນາເສດຖະກິດຢູ່ 11 ເມືອງເຂດພູດອຍ ແລະ ບັນດາຕາແສງທຸກຍາກພິເສດ.

        ຢູ່ແຂວງ ດັກລັກ, ບັ້ນຂົນຂວາຍຊາວໜຸ່ມອາສາສະໝັກລະດູຮ້ອນ 2019 ຖືກຄະນະຊາວໜຸ່ມແຂວງຜັນຂະຫຍາຍໃນບໍລິເວນຂອງ 15 ເມືອງ, ເທດສະບານ, ນະຄອນ ດ້ວຍການເຂົ້າຮ່ວມຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມກ່ວາ 1.000 ຄົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ