ສະມາຊິກຊາວໜຸ່ມດ່ານັ້ງ ກວ່າ 100 ຄົນເຂົ້າຮ່ວມການເຮັດອະນາໄມທຳຄວາມສະອາດຢູ່ທະເລ

(VOVWORLD) -ມີສະມາຊິກຊາວໜຸ່ມ, ຊາວໜຸ່ມກວ່າ 100 ຄົນໄດ້ແບ່ງເປັນຫຼາຍກຸ່ມໄປເກັບຖົງຢາງ, ແກ້ວຢາງ, ຂີ້ເຫຍື່ອລວມຢູ່ລຽບຕາມຫາດຊາຍທະເລ
ສະມາຊິກຊາວໜຸ່ມດ່ານັ້ງ ກວ່າ 100 ຄົນເຂົ້າຮ່ວມການເຮັດອະນາໄມທຳຄວາມສະອາດຢູ່ທະເລ - ảnh 1(ການເຄື່ອນໄຫວແມ່ນແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງປະຊາຄົມ ໃນການປົກປັັກຮັກສາສິ່ງແວດລ້ອມທະເລ)

ຕອນເຊົ້າວັນທີ 18 ເມສາ, ທະນາຄານກະສິກຳ (Agribank) ເຂດພາກກາງ ສົມທົບກັບຄະນະຊາວໜຸ່ມບ້ານ ແທັງເຄດົງ, ເມືອງ ແທັງເຄ, ນະຄອນ ດ່ານັ້ງ ໄດ້ຈັດວັນອາທິດຂຽວເຮັດອະນາໄມທຳຄວາມສະອາດຢູ່ຫາດຊາຍທະເລ ຫງວຽນເຕິ໊ກແທັ່ງ. ມີສະມາຊິກຊາວໜຸ່ມ, ຊາວໜຸ່ມກວ່າ 100 ຄົນໄດ້ແບ່ງເປັນຫຼາຍກຸ່ມໄປເກັບຖົງຢາງ, ແກ້ວຢາງ, ຂີ້ເຫຍື່ອລວມຢູ່ລຽບຕາມຫາດຊາຍທະເລ ຫງວຽນເຕິ໊ກແທັ່ງ, ນະຄອນ ດ່ານັ້ງ. ການເຄື່ອນໄຫວແມ່ນແນໃສ່ໂຄສະນາ, ຍົກສູງສະຕິຄວາມຮັບຮູ້ຂອງປະຊາຄົມ ໃນການປົກປັັກຮັກສາສິ່ງແວດລ້ອມທະເລ, ສ້າງສິ່ງແວດແຫ່ງການດຳລົງຊີວິດ “ຂຽວ-ສະອາດ-ສວຍງງາມ”.

ຕອບກັບ

ຂ່າວ/ບົດ​ອື່ນ