ສະມາຊິກຊາວໜຸ່ມແຂວງກວາງບິ່ງແລະແຂວງຄຳມ່ວນເພີ່ມທະວີການຮ່ວມມື

ສະມາຊິກຊາວໜຸ່ມແຂວງກວາງບິ່ງແລະແຂວງຄຳມ່ວນເພີ່ມທະວີການຮ່ວມມື - ảnh 1
ສະມາຊິກ​ຊາວໜຸ່ມ​ແຂວງ​ກວາງ​ບິ່ງ​ແລະ​
ແຂວງ​ຄຳ​ມ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື
(ພາບປະກອບ: baoquangbinh.vn)


(vovworld) – ຕອນ​ບ່າຍ​ວັນ​ທີ 17/09, ຢູ່​ສູນ​ເຄື່ອນ​ໄຫວ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ເຂດທິດ​ເໜືອ​ພາກ​ກາງ, ການ​ນຳ​ຄະນະ​ຊາງ​ວໜຸ່ມ​ແຂວງ​ກວາງ​ບິ່ງ ​ແລະ ​ແຂ​ວງຄຳ​ມ່ວນ​ ​ໄດ້​ດຳ​ເນີນ​ການ​ເຈລະຈາ ​ແລະ ລົງ​ນາມ​​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ເນື່ອງ​ໃນ​ໂອກາດ​​ຄະນະ​ປະຕິບັດ​ງານ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ​ແຂວງ​ຄຳ​ມ່ວນ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ແຂວງ​ກວາງ​ບິ່ງ. 2 ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບບາງ​ຈຸດ​ພົ້ນ​ເດັ່ນ​ກ່ຽວ​ກັບ​ສະພາບ​​ວຽກ​ງານຄະນະ​ຊາ​ວໜຸ່ມ ​ແລະ ຂະ​ບວນການ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຢູ່​​ແຕ່ລະ​ທ້ອງ​ຖິ່ນ​ໃນ​ໄລຍະ​ຜ່ານ​ມາ. ການ​ນຳ 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າ​ງຄະນະ​ຊາວ​ໜຸ່ມ​ຂອງ 2 ​ແຂວງ ກວາງ​ບິ່ງ ​ແລະ ຄຳ​ມ່ວນ​ກ່ວາ​ອີກ ຕາມ​ນັ້ນ​ແລ້ວ, 2 ຝ່າຍ​​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ​ໃນ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ນ້ຳ​ໃຈ​ມິດ​ຕິ​ພາບ, ຄວາມ​ສາມັກຄື​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ, ​ໃນ​ນັ້ນ​ມີຄວາມ​ສາມັກຄີ​ລະຫວ່າງ​ອົງຄະ​ນະ​ພັກ, ປະຊາຊົນ, ​ໄວ​ໜຸ່ມ​ກວາງ​ບິ່ງ ​ແລະ ຄຳ​ມ່ວນ; ສົ່ງ​ເສີມ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ຊາວໜຸ່ມ, ນັກທຸລະກິດ​ໜຸ່ມ 2 ​ແຂວງ​ຮ່ວມ​ມື, ໜູນ​ຊ່ວຍ​ພັດທະນາ​ການ​ຜະລິດ, ​ດຳ​ເນີນ​ທຸລະ​ກິດ​ໃນ​ທຸກ​ຂົງ​ເຂດ​ທີ່​ມີ​ທ່າ​​ແຮງ, ຖືກ​ຕາມ​ກົດໝາຍ​ສາກົນ​ຂອງ 2 ປະ​ເທດ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ