ສະມາຊິກພັກກູ້ຊາດຝ່າຍຂ້ານພ້ອມກັນເຂົ້າຮ່ວມພັກປະຊາຊົນກຳປູເຈຍ

ສະມາຊິກພັກກູ້ຊາດຝ່າຍຂ້ານພ້ອມກັນເຂົ້າຮ່ວມພັກປະຊາຊົນກຳປູເຈຍ - ảnh 1
(​ພິ​ທີ​ຮັບ​ສະ​ມາ​ຊິກ​ພັກ​ກູ​້ຊາດ​ຝ່າຍ​ຂ້ານ (CNRP) 59 ທ່ານ)

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 29/05, ຢູ່​ແຂວງ Pray Veng, ອົງ​ຄະ​ນະ​ພັກ ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ (CPP) ໄດ້​ຈັດ​ພິ​ທີ​ຮັບ​ສະ​ມາ​ຊິກ​ພັກ​ກູ​້ຊາດ​ຝ່າຍ​ຄ້ານ (CNRP) 59 ທ່ານ. ນີ້​ແມ່ນ​ບັນ​ດາ​ສະ​ມາ​ຊິກ​ພັກ​ແກ່ນ​ສານ​ຂອງ​ພັກ​ກູ​ຊາດ ຢູ່​ແຂວງ Pray Veng. ສາຍ​ເຫດ​ແມ່ນ​ບັນ​ດາ​ສະ​ມາ​ຊິກ​​ຂອງພັກກ​ູ້​ຊາດດັ່ງ​ກ່າວ ບໍ່​ເຂົ້າ​ຮ່ວມ​ພັກ​ນີ້​ອີກ ແລະ ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ພັກ​ປະ​ຊາ​ຊົນ CPP ​ຍ້ອນ​ການ​ນຳ​ພັກ​ກູ້​ຊາດ​ ໄດ້​ເຮັດ​ໃຫ​້ບັນ​ດາ​ສະ​ມາ​ຊິກ​ພັກ​ນີ້​ຄາດ​ຄວາມ​ເຊື່ອ​ໝັ້ນ. ການ​ນຳ​ພັກ​ກ​ູ້​ຊາດຫຼາຍ​ຄົນ​​ລະ​ເມີດ​ກົດ​ໝາຍ, ບາງ​ຄົນ​​​ຖືກຈັບ​ຕົວ, ບາ​ງ​ຄົນດຳ​ລົງ​ຊີ​ວິດ​​ແບບ​ພັດ​ຖິ່ນຢູ່​​ຕ່າງປະ​ເທດ​, ​ບາງ​ຄົນ​ຂາ​ດ​ອິດ​ທິ​ຜົນ​ຊື່​ສຽງ​ຍ້ອນ​ບັນ​ຫາທາງ​ເພດ​ສຳ​ພັ​ນ. ບັນ​ດາ​ສະ​ມາ​ຊິກ​ພັກ​ຢູ່​ແຂວງ Pray Veng ຖື​ວ່າ, ບັນ​ດາ​ຜູ້​ນຳ​ໜ້າ​ພັກ​ກູ້ຊາດ​ໃນປະ​ຈຸ​ບັນ ບໍ່​ສົມ​ເປັນ​ຜູ້​ນຳ​ປະ​ເທດ​ຊາດ​.

ຂ່າວ/ບົດ​ອື່ນ