ສະມາຊິກ​ລັດຖະສະພາ ​ຍີ່​ປຸ່ນ ຕີ​ລາຄາ​ສູງໝາກຜົນ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 ຂອງຫວຽດນາມ

(VOVWORLD) -ທ່ານ Takagi Tsuyoshi ສະມາຊິກລັດຖະສະພາ, ປະທານກໍາມາທິການ ຫຼັກການ ແລະ ການບໍລິຫານ ຂອງສະພາຕໍ່າ ຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ໝາກຜົນຕັ້ງໜ້າ ແລະ ມີຄວາມປະທັບໃຈຂອງຫວຽດນາມ ໃນການຕ້ານໂລກລະບາດໂຄວິດ -  19.
ສະມາຊິກ​ລັດຖະສະພາ ​ຍີ່​ປຸ່ນ ຕີ​ລາຄາ​ສູງໝາກຜົນ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 ຂອງຫວຽດນາມ - ảnh 1ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດຫວຽດນາມປະຈໍາ ຍີ່ປຸ່ນ ພົບປະກັບທ່ານ Takagi Tsuyoshi ສະມາຊິກລັດຖະສະພາ, ປະທານກໍາມາທິການ ຫຼັກການ ແລະ ການບໍລິຫານ ຂອງສະພາຕໍ່າ ຍີ່ປຸ່ນ(ພາບ: TTXVN) 

        ກ່າວຄໍາເຫັນທີ່ການຕ້ອນຮັບທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດຫວຽດນາມປະຈໍາ ຍີ່ປຸ່ນ, ໃນວັນທີ 26 ພຶດສະພາ, ທ່ານ Takagi Tsuyoshi ສະມາຊິກລັດຖະສະພາ, ປະທານກໍາມາທິການ ຫຼັກການ ແລະ ການບໍລິຫານ ຂອງສະພາຕໍ່າ ຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ໝາກຜົນຕັ້ງໜ້າ ແລະ ມີຄວາມປະທັບໃຈຂອງຫວຽດນາມ ໃນການຕ້ານໂລກລະບາດໂຄວິດ -  19. ເມື່ອແບ່ງປັນກ່ຽວກັບໝາກຜົນຕັ້ງໜ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຂອງຍີ່ປຸ່ນ, ທ່ານ Takagi Tsuyoshi ຫວັງວ່າ ສອງປະເທດ ຈະແບ່ງປັນປະສົບການເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດທີ່ອັນຕະລາຍນີ້ ຢ່າງມີປະສິດທິຜົນ. ກ່ຽວຂ້ອງເຖິງສາຍພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ, ທ່ານ Takagi Tsuyoshi ເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ຈະນັບມື້ນັບພັດທະນາຢ່າງຕັ້ງໜ້າ ແລະ ບັນລຸຜົນງານໃໝ່ຫຼາຍຢ່າງກວ່າອີກ.

        ສ່ວນທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ກໍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງ ຍີ່ປຸ່ນໃນການສະກັດກັ້ນໂລກລະບາດໂຄວິດ - 19, ພ້ອມທັງຢັ້ງຢືນວ່າ ປະຊາຊົນ, ລັດຖະບານ ແລະ ສະພາແຫ່ງຊາດຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່ກັບ ປະຊາຊົນ, ລັດຖະບານ ແລະ ສະພາແຫ່ງຊາດຍີຸ່ປຸ່ນໃນທຸກຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ