ສະມາຊິກລັດຖະສະພາ ເອີຣົບ ໄດ້ຮັບຂໍ້ມູນກ່ຽວກັບ EVFTA ແລະ EVIPA ຢ່າງເລິກເຊິ່ງກ້ວາງຂວາງ

(VOVWORLD) -ທາງກະຊວງມີແຜນການຈະຈັດຕັ້ງບັນດາກອງປະຊຸມສຳມະນາຢູ່ບັນດາແຂວງ, ນະຄອນຂອງ ຫວຽດນາມ ແນໃສ່ແຈ້ງໃຫ້ບັນດາວິສາຫະກິດ ແລະ ທົ່ວສັງຄົມຮັບຊາບກ່ຽວກັບບັນດາທ່າໄດ້ປຽບຂອງ EVFTA ຢ່າງເລິກເຊິ່ງກ້ວາງຂວາງ.
ສະມາຊິກລັດຖະສະພາ ເອີຣົບ ໄດ້ຮັບຂໍ້ມູນກ່ຽວກັບ EVFTA ແລະ EVIPA ຢ່າງເລິກເຊິ່ງກ້ວາງຂວາງ - ảnh 1ສະມາຊິກລັດຖະສະພາ ເອີຣົບ ໄດ້ຮັບຂໍ້ມູນກ່ຽວກັບ EVFTA ແລະ EVIPA ຢ່າງເລິກເຊິ່ງກ້ວາງຂວາງ (ພາບ: Baoquocte.vn)

ຕອນບ່າຍວັນທີ 28 ມັງກອນ, ຄະນະກຳມະການ ເອີຣົບ, ສະຫະສະມາຄົມບັນດາວິສາຫະກິດດຳເນີນທຸລະກິດຜະລິດຕະພັນກະເສດ ແລະ ສະບຽງອາຫານ ເອີຣົບ ໄດ້ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາຢູ່ ບຣຸກແຊນ (ປະເທດ ແບນຊິກ) ແນໃສ່ອະທິບາຍຄວາມຂ້ອງໃຈຂອງບັນດາສະມາຊິກລັດຖະສະພາທີ່ກ່ຽວຂ້ອງເຖິງສັນຍາການຄ້າເສລີ (EVFTA) ແລະ ສັນຍາອາລັກຂາການລົງທຶນ (EVIPA) ລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ (ອີຢູ). ກອງປະຊຸມສຳມະນາໄດ້ດຳເນີນກ່ອນການປ່ອນບັດໃຫ້ສັດຕະຍາບັນສັນຍາ 2 ສະບັບດັ່ງກ່າວທີ່ກອງປະຊຸມຄົບຄະນະຂອງລັດຖະສະພາ ເອີຣົບ ໃນກາງເດືອນ ກຸມພາ ຈະມາເຖິງ.

        ທີ່ກອງປະຊຸມສຳມະນາ, ບັນດານັກບັນລະຍາຍທີ່ຕາງໜ້າໃຫ້ບັນດາອົງການຈັດຕັ້ງຂອງ ອີຢູ ພວມເຄື່ອນໄຫວຢູ່ ຫວຽດນາມ ໄດ້ນຳສະເໜີບັນດາການຕີລາຄາກ່ຽວກັບການປະຕິຮູບວິສາຫະກິດ ເຊິ່ງໄດ້ຮັບການປະຕິບັດ, ປັບປຸງສິດຂອງຊາວຜູ້ອອກແຮງງານ, ເງື່ອນໄຂການອອກແຮງງານຢູ່ປະເທດປະຈຳຖິ່ນ.

        ສ່ວນທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນກວັກແຄ໊ງ ໃຫ້ຮູ້ວ່າ: ທາງກະຊວງມີແຜນການຈະຈັດຕັ້ງບັນດາກອງປະຊຸມສຳມະນາຢູ່ບັນດາແຂວງ, ນະຄອນຂອງ ຫວຽດນາມ ແນໃສ່ແຈ້ງໃຫ້ບັນດາວິສາຫະກິດ ແລະ ທົ່ວສັງຄົມຮັບຊາບກ່ຽວກັບບັນດາທ່າໄດ້ປຽບຂອງ EVFTA ຢ່າງເລິກເຊິ່ງກ້ວາງຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ