ສະມາຊິກລັດຖະສະພາຍີ່ປຸ່ນ,ຟິລິບປິນຊຸກຍູ້ການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ

ສະມາຊິກລັດຖະສະພາຍີ່ປຸ່ນ,ຟິລິບປິນຊຸກຍູ້ການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ - ảnh 1
ກຳ່ປັນຂົນສົ່ງສິນຄ້າຂອງຍີ່ປຸ່ນ
(ພາບ: Kyodo/TTXVN)

(​vovworld) – ຕອນ​ບ່າ​ຍວັນ​ທີ 3/9, ກຸ່ມ​ບັນດາ​ສະມາຊິກ​ລັດຖະສະພາ (ສສຊ) ຍີ່ປຸ່ນ ​ແລະ ຟິລິບ​ປິນ ​​ໄດ້ເຫັນ​ດີ​ເປັນ​ເອກະສັນ​ຊຸກຍູ້​ມາດ​ຕະການ​​ແກ້​ໄຂ​ໃຫ້​ບັນດາ​ຄວາມ​ຂັດ​ແຍ້​ງ​ໃນ​ການ​ເດີນ​ເຮືອ​ຢູ່ ອາຊີ ບົນ​ພື້ນຖານ​ກົດໝາຍ​ສາກົນຢ່າງສັນຕິພາບ, ພ້ອມ​ທັງ​ຊອກ​ຫາ​ວິທີ​ສ້າງ​ຕັ້ງ “ພັນທະ​ມິດ​ບັນດາ​ ສສຊ ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ການ​ເດີນ​ທະ​ເລ​ຢູ່​ອາຊີ”. ຄະນະ​ປະຕິບັດ​ງານ​ລວມມີ​ ສສຊ ຍີ່ປຸ່ນ 6 ທ່າ​ນພວມ​ຢູ່​ຢ້ຽມຢາມ ຟິລິບ​ປິນ ພ້ອມ​ກັບ ສສຊ ຂອງ​ປະ​ເທດ​ເຈົ້າພາບ 13 ທ່ານ, ​ໄດ້​ເຊັນ “​ເອກະສານ​ລວມກ່ຽວ​ກັບ​ການ​ຮ່ວມ​ມື​ຊຸກຍູ້​ກົດໝາຍ​ວ່າ​ດ້ວຍ​ທະ​ເລ”, ຕາມ​ນັ້ນ​ແລ້ວ, ທັງ 2 ຝ່າຍ​ໄດ້​ສົ່ງ​ເສີມ​ລັດຖະສະພາ​ແຕ່ລະ​ປະ​ເທດ​ເຂົ້າ​ຮ່ວມ​ບັນດາ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ສ້າງ​ຕັ້ງ​ພັນທະ​ມິດ ສສຊ ກ່ຽວ​ກັບ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີ​ນທະ​ເລອາຊີ, ​ເພື່ອ​ແນ​ໃສ່​ປົກ​ປົກ​ຮັກສາ ​ແລະ ຊຸກຍູ້​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍໃນການ​​ເດີນ​ທະ​ເລ​ບົນ​ພື້ນຖານ​ກົດໝາຍ​ສາກົນ. ​ເອກະສານ​ໃຫ້​ຮູ້​ວ່າ:  ທັງ 2 ຝ່າຍ “ຍອມຮັບ​ວ່າ​ກ່ຽວ​ກັບ​ບັນຫາ​ທະ​ເລ, ບັນດາ​ປະ​ເທດ​ຄວນ​ຍົກ​ອອກ ​ແລະ ​ເຮັດ​ແຈ້ງ​ບັນດາຄຳ​ຖະ​ແຫຼ​ງອະທິປະ​ໄຕ​ບົນ​ພື້ນຖາ​ນກົດໝາ​ຍສາກົນ​, ບໍ່​ນຳ​ໃຊ້​ກຳລັງອາວຸດ ຫຼື ນາບ​ຂູ່​ນຳ​ໃຊ້​ອາວຸດ​ເພື່ອ​ແນ​ໃສ່​ປະຕິບັດ​ບັນດາ​ຖະ​ແຫຼ​ງອະທິປະ​ໄຕ, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ ​ແລະ ຫຼີກ​ລ້ຽງ​ທຸກ​ຄວາມ​ມານະ​ພະຍາຍາມ​ພຽງ​ລຳພັງ​ຝ່າຍ​ດຽວ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ສະພາບ​ການ​ປ່ຽນ​ແປງ​ດ້ວຍ​ການ​ນຳ​ໃຊ້ອາວຸດ ຫຼື ນາບ​ຂູ່ ​ແລະ​ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ບົນ​ພື້ນຖານ​ເປັນ​​ເອກະພາບ​ນຳ​ກັນ.


ຂ່າວ/ບົດ​ອື່ນ