ສະມາຊິກສະພາຕຳ່ອາເມລິກາຕີລາຄາສູງຄວາມຕັດສິນໃຈບັນລຸລະດັບເຕີບໂຕສູງຂອງຫວຽດນາມ

ສະມາຊິກສະພາຕຳ່ອາເມລິກາຕີລາຄາສູງຄວາມຕັດສິນໃຈບັນລຸລະດັບເຕີບໂຕສູງຂອງຫວຽດນາມ - ảnh 1
ທ່ານ​ Matt Salmon ພົບປະກັບນັກຂ່າວ
(ພາບ: Doãn Tấn/TTXVN)


(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ, ວັນ​ທີ 7/5, ຢູ່ ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ​ສະພາ​ຕຳ່​ອາ​ເມ​ລິ​ກາ ​ໂດຍ​ທ່ານ​ສະມາຊິກ​ລັດຖະສະພາ​ຕຳ່ Matt Salmon,​ ຫົວໜ້າອະນຸກຳມາທິການອາຊີ-​ປາຊີ​ຟິກ ຂຶ້ນ​ກັບ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ຕຳ່​ອາ​ເມ​ລິ​ກາ ນຳ​ໜ້າ,​​ໄດ້​ມີ​ການ​ພົບ​ປະ​ກັບ​ນັກ​ຂ່າວ. ທ່ານ​ Matt Salmon ສະ​ແດງ​​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ໝາກຜົນ​ການ​ຢ້ຽມຢາມ ​ຫວຽດນາມ​ ໃນ​ 4 ວັນ​ຜ່ານ​ມາ. ​​​ເມື່ອເຕື້ອງ​ເຖິງສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ທ່ານ​ສະມາຊິກ​ສະພາ​ຕຳ່ Matt Salmon ສະ​ແດງ​ການ​ສະໜັບ​ສະ​ໜູນ​ເລື່ອງ​ໃຫ້​ສັດຕະຍະ​ບັນ TPP ​ແລະ ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ພວມ​ປຶກສາ​ຫາລື ກ່ຽວກັບ​ການ​ມອບ​ສິດ​ເຈລະຈາ​ໃຫ້​ທ່ານ​ປະທານາທິບໍ​ດີ​ໂດຍ​ໄວ ​ເພື່ອ​ແນ​ໃສ່ຊຸກຍູ້​ວິວັດ​ການ​ເຈລະຈາ ​ແລະ ປະຕິບັດ​ສຳ​​ເລັດ TPP ​ໂດຍ​ໄວ. ທ່ານກໍ່ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ນ້ຳ​ໃຈດຳ​ເນີນ​ທຸລະ​ກິດ, ສະມັດ​ຕະພາບ​​ໃນ​ການ​ອອກແຮງ​ງານຂອງ ຫວຽດນາມ, ທ່ານ​ Matt Salmon ຖື​ວ່າ: ​ໃນ​ຈຳນວນ 12 ປະ​ເທດ​ທີ່​ພວມ​ປຶກສາ​ຫາລື ກ່ຽວ​ກັບ TPP, ຫວຽດນາມ ​ແມ່ນ​ປະ​ເທດ​ສາມາດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ.

ຂ່າວ/ບົດ​ອື່ນ