ສະມາຊິກສະພາສູງ Bernie Sanders ລື່ນກາຍອະດີດລັດຖະມົນຕີການຕ່າງປະເທດ Hillary Clinton

ສະມາຊິກສະພາສູງ Bernie Sanders ລື່ນກາຍອະດີດລັດຖະມົນຕີການຕ່າງປະເທດ Hillary Clinton - ảnh 1
ທ່ານສະມາຊິກ​ສະພາ​ສູງລັດ Vermon,​ Bernie Sanders
(ພາບປະກອບອີນເຕີແນດ)


(vovworld) – ທ່ານສະມາຊິກ​ສະພາ​ສູງລັດ Vermon,​ Bernie Sanders ​ໄດ້​ລື່ນ​ກາຍ​ບັນດາ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​​ເປັນປະທານາທິບໍດີ​ຂອງ​ພັກ​ປະຊາ​ທິປະ​ໄຕ ທ່ານ​ນາງອະ​ດີດ​ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ Hillary Clinton ​ໃນ​ການ​ເລືອກ​ຕັ້ງ​ປີ 2016, ດ້ວຍ​ອັດຕາ 49% - 38% ຢູ່​ລັດ​ສຳຄັນ​ແມ່ນ New Hampshire. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ອັດຕາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະໜັບສະໜູນ​ທ່ານ Sanders ສູງ​ກວ່າ​ທ່ານ​ນາງ Hillary. ໝາກຜົນ​ການ​ຢັ່ງຫາງ​ສຽງ​ປະກາດ​ໃນ​ວັນ​ດຽວ​ກັນ​ຂອງ NBC/Marist ກໍ​ມີ​ໝາກຜົນ​​ເຊັ່ນ​ດຽວ​ກັນ. ກ່ອນ​ໜ້າ​ນັ້ນ, ຕາມ​ການ​ຢັ່ງຫາງ​ສຽງ​ຂອງ NBC/Marist ​ເມື່ອ​ເດືອນ 07, ທ່ານ​ນາງ Hillary ​ໄດ້​ຮັບການ​ສະໜັບສະໜູນດ້ວຍ​ລະດັບ​ສູງ​ກວ່າ​ທ່ານ Sanders 10% ຢູ່​ລັດ​ນີ້ ​ແລະ 11% ຢູ່​ລັດ Iowa.

ຂ່າວ/ບົດ​ອື່ນ