ສະມາຊິກສະພາສູງ ອາເມລິກາ 4 ທ່ານ ສົ່ງຈົດໝາຍຮຽກຮ້ອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ອອກສຽງກ່ຽວກັບບັນຫາທະເລຕາເວັນອອກ

(VOVWORLD) - ສະມາຊິກສະພາສູງ 04 ທ່ານ ຂອງ ອາເມລິກາ ກໍຮຽກຮ້ອງໃຫ້ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ຈົ່ງຖືເປັນສໍາຄັນການພົບປະຢູ່ ບາງກອກ ເປັນກາລະໂອກາດເພື່ອສ້າງຄວາມເຫັນດີເຫັນພ້ອມເພື່ອປົກປ້ອງສິດ ຂອງບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມື...

        ວັນທີ 29 ກໍລະກົດ,  ສະມາຊິກສະພາສູງ ອາເມລິກາ 04 ທ່ານ ເຊິ່ງລວມມີ ທ່ານ Robert  Memendez, ທ່ານ Edward Markey, ທ່ານ Patrick Leahy ແລະ ທ່ານ Brian Schatz ໄດ້ພ້ອມກັນສົ່ງຈົດໝາຍ ຮຽກຮ້ອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ອອກສຽງກ່ຽວກັບບັນດາການກະທໍາຂອງ ຈີນ ຢູ່ທະເລຕາເວັນອອກ ໃນຂະນະທີ່ທ່ານ Mike Pompeo ພວມເຂົ້າຮ່ວມກອງປະຊຸມກັບບັນດາເຈົ້າໜ້າທີ່ ອາຊຽນ ຢູ່ ບາງກອກ ປະເທດໄທ.

ສະມາຊິກສະພາສູງ ອາເມລິກາ 4 ທ່ານ ສົ່ງຈົດໝາຍຮຽກຮ້ອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ອອກສຽງກ່ຽວກັບບັນຫາທະເລຕາເວັນອອກ - ảnh 1ສະມາຊິກສະພາສູງ ອາເມລິກາ 04 ທ່ານ ເຊິ່ງລວມມີ ທ່ານ Robert  Memendez, ທ່ານ Edward Markey, ທ່ານ Patrick Leahy ແລະ ທ່ານ Brian Schatz  (ພາບ: 

ຈົດໝາຍສະບັບດັ່ງກ່າວ ໄດ້ຮຽກຮ້ອງໃຫ້ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ຮັບປະກັນວ່າ ບັນດາການກະທໍາເກາະຜິດ ແລະ ແຜ່ອໍານາດຂອງ ຈີນ ຢູ່ທະເລຕາເວັນອອກ ແມ່ນບຸລິມະສິດແຖວໜ້າໃນການປຶກສາຫາລື ທີ່ເວທີປາໄສພາກພື້ນ ອາຊຽນ (ARF) ເຊິ່ງຈະດໍາເນີນຢູ່ ບາງກອກ ປະເທດ ໄທ ໃນວັນທີ 02 ສິງຫາ ຈະມາເຖິງ.  ຈົດໝາຍສະບັບດັ່ງກ່າວ ໄດ້ເນັ້ນໜັກວ່າ ບັນດາການກະທໍາຂອງ ຈີນ ຢູ່ ເຂດເສດຖະກິດພິເສດຂອງບັນດາປະເທດອື່ນໆ, ດັດແປງ, ຫັນເປັນການທະຫານບັນດາ ໂຄງສ້າງພູມສ້າງ ເພື່ອເປັນຂໍ້ອ້າງບັງຄັບບັນດາປະເທດ, ເມີນເສີຍຕໍ່ຄໍາຕັດສິນຂອງສານກໍາມະການ ແລະ ເລື່ອງ ຈີນ ກໍ່ຄວາມກົດດັນເພື່ອບັງຄັບ ອາຊຽນ ປະນິປະນອມໃນການເຈລະຈາກົດແຫ່ງການປະພຶດ COC ລ້ວນແຕ່ແມ່ນບັນຫາ ທີ່ ອາເມລິກາ ຄວນເອົາໃຈໃສ່ໃຫ້ຫຼາຍກວ່າ, ສະແດງໃຫ້ເຫັນບົດບາດນໍາພາຫຼາຍກວ່າ ກໍຄື ເພີ່ມທະວີການຮ່ວມມືກັບບັນດາພັນທະມິດ ແລະ ຄູ່ຮ່ວມມືຂອງ ອາເມລິກາ.

        ສະມາຊິກສະພາສູງ 04 ທ່ານ ຂອງ ອາເມລິກາ ກໍຮຽກຮ້ອງໃຫ້ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ຈົ່ງຖືເປັນສໍາຄັນການພົບປະຢູ່ ບາງກອກ ເປັນກາລະໂອກາດເພື່ອສ້າງຄວາມເຫັນດີເຫັນພ້ອມເພື່ອປົກປ້ອງສິດ ຂອງບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມື ຕາມສົນທິສັນຍາຂອງ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍທະເລ (UNCLOS), ຢຸດຕິເລື່ອງ ຈີນ ລະເມີດສິດຖືກຕ້ອງຕາມກົດໝາຍຂອງບັນດາປະເທດ, ຮັບປະກັນການເຄົາລົບກົດໝາຍ ແລະ ລະບອບລະບຽບການສາກົນ. ຟ້າມຮວັນ, ນັກຂ່າວ VOV ປະຈໍາ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ