ສະມາຊິກສະພາສູງອາເມລິກາ ຍື່ນສະເໜີຮ່າງກົດໝາຍລົບລ້າງຄຳສັ່ງຂວ້ຳບາດຕ້ານ ກູບາ

(VOVWORLD) - ຕາມປະຕູຖານຂໍ້ມູນເອເລັກໂຕນິກ Insidetrade.com ແລ້ວ, ວັນທີ 4 ສິງຫາ, ທ່ານ Ron Wyden ສະມາຊິກສະພາສູງສັງກັດ ພັກປະຊາທິປະໄຕ ຢູ່ລັດ Oregon ໄດ້ຍື່ນສະເໜີສະພາສູງປະເທດນີ້ຮ່າງກົດໝາຍການຄ້າ ກູບາ 2017, ດ້ວຍຈຸດປະສົງສ້າງຕັ້ງການພົວພັນການຄ້າເປັນປົກກະຕິກັບ ປະເທດເກາະ Caribe ນີ້. 
 

ສະມາຊິກສະພາສູງອາເມລິກາ ຍື່ນສະເໜີຮ່າງກົດໝາຍລົບລ້າງຄຳສັ່ງຂວ້ຳບາດຕ້ານ ກູບາ - ảnh 1

ຫົວໜ້າກົມຄຸ້ມຄອງການເດີນເຮືອ Cuba, Jose Joaquin Prado Falero (ຂາວ) ແລະ ຜູ້ອຳນວຍການການຄ້າ ທ່າກ່ຳປັ່ນ Houston Ricky Kunz  ໃນການເຊັນເອກະສານຢູ່ທະນຄອນຫຼວງ ລາຮາວານ (ພາບ: EPA/TTXVN)

ຂໍ້ສະເໜີຂອງສະມາຊິກສະພາແຫ່ງຊາດ Wyden, ສະມາຊິກກຳມາທິການການເງິນສະພາສູງ ອາເມລິກາ, ມຸ່ງໄປເຖິງການລົບລ້າງການປິດລ້ອມຂວ້ຳບາດຂອງ ອາເມລິກາ ສຳລັບ ກູບາ ທີ່ແກ່ຍາວເປັນເວລາ 55 ປີ. ເອກະສານສະບັບນີ້ຍັງໄດ້ຮັບການສະໜັບສະໜູນຈາກສະມາຊິກສະພາສູງ ສັງກັດ ພັກປະຊາທິປະໄຕ 6 ຄົນອື່ນ. ທ່ານ Wyden ແມ່ນໜຶ່ງໃນຈຳນວນສະມາຊິກສະພາສູງ ອາເມລິກາ ເຄີຍເປີດເຜີຍສະແດງການຄັດຄ້ານໃນເດືອນ ມິຖຸນາ ຜ່ານມາ ສຳລັບຂໍ້ຕົກລົງຂອງທ່ານປະທານາທິບໍ Donald Trump ກ່ຽວກັບການຍູ້ຖອຍວິວັດທະນາການສ້າງການພົວພັນກັບ ກູບາ ເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ