ສະມາຊິກສະພາສູງອາເມລິກາສືບຕໍ່ອອກສຽງກ່ຽວກັບບັນດາການກະທຳຜິດກົດໝາຍຂອງຈີນຢູ່ທະເລຕາເວັນອອກ

(VOVWORLD) -ວັນທີ 01 ສິງຫາ, ມີສະມາຊິກສະພາສູງອາເມລິກາ 4 ທ່ານໄດ້ອອກຖະແຫຼງການຕຳໜິຕິຕຽນບັນດາການກະທຳຜິດກົດໝາຍຂອງຈີນ ຢູ່ທະເລຕາເວັນອອກ.

ສະມາຊິກສະພາສູງອາເມລິກາສືບຕໍ່ອອກສຽງກ່ຽວກັບບັນດາການກະທຳຜິດກົດໝາຍຂອງຈີນຢູ່ທະເລຕາເວັນອອກ - ảnh 1ກ່ຳປັ່ນຕຳຫຼວດທະເລຈີນ

(ພາບປະກອບ: KT)

 ຄຳຖະແຫຼງການຂອງສະມາຊິກສະພາສູງອາເມລິກາ 4 ທ່ານນັ້ນແມ່ນຂຶ້ນກັບກຳມາທິການຕ່າງປະເທດສະພາສູງອາເມລິກາ ແລະ ອະນຸກຳມະການອາຊີ ແລະ ປາຊີຟິກ, ຖືກຍົກອອກມາພາຍຫຼັງບັນດາເຈົ້າໜ້າທີ່ອາເມລິກາ ພົບປະກັບການນຳບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືຂອງອາເມລິກາ ໃນພາກພື້ນ ຢູ່ໄທ ຄັ້ງຫຼ້າສຸດ.

        ທ່ານສະມາຊິກສະພາສູງ Jim Risch ໃຫ້ຮູ້ວ່າ, ບັນດາການເຄື່ອນໄຫວສຳຫຼວດໂດຍກ່ຳປັ່ນຂອງຈີນ ປະຕິບັດຢູ່ໃນເຂດເສດຖະກິດຈຳເພາະຂອງຫວຽດນາມ ກໍຄືເລື່ອງຈີນ ຈັດສົ່ງບັນດາກ່ຳປັ່ນຕຳຫຼວດທະເລ ແມ່ນສິ່ງພິສູດຫຼ້າສຸດທີ່ຊີ້ໃຫ້ເຫັນວ່າຈີນ ພວມຊອກຫາວິທີບັງບຽດເພື່ອແນໃສ່ຢືນຢັນອະທິປະໄຕຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ. ນອກຈາກອາເມລິກາ ແລ້ວ, ບັນດາຄູ່ຮ່ວມມືຂອງອາເມລິກາ ໃນພາກພື້ນ, ພິເສດແມ່ນບັນດາປະເທດອາຊຽນ ຄວນສາມັກຄີກັນ ແລະ ໝັ້ນຄົງໜັກແໜ້ນເພື່ອຕ້ານຄືນບັນດາການກະທຳດັ່ງກ່າວ.

        ທ່ານສະມາຊິກສະພາສູງ Bob Menendez ຖືວ່າ, ຈີນ ຕ້ອງຮັບຜິດຊອບກ່ຽວກັບການປະພຶດຂອງຕົນຢູ່ທະເລຕາເວັນອອກ. ຕາມທ່ານ Bob Menendez ແລ້ວ, ຕ້ອງມີຍຸດທະສາດສ່ອງແສງບັນດາຜົນປະໂຫຍດອັນເລິກເຊິ່ງ, ກວ້າງຂວາງ ແລະ ຍາວນານຂອງອາເມລິກາ ໃນການຮ່ວມມືກັບບັນດາພັນທະມິດ ແລະ ຄູ່ຮ່ວມມືເພື່ອຊ່ວຍສ້າງທະເລຕາເວັນອອກ ໃຫ້ເປັນເຂດຕ້ອງມີການເຄົາລົບກົດໝາຍສາກົນ, ຮັບປະກັນຄວາມເສລີໃນການເດີນທະເລ, ການແລກປ່ຽນການຄ້າດຳເນີນໄປຢ່າງເສລີ, ບັນດາອົງການຫຼາຍຝ່າຍໃນພາກພື້ນແມ່ນໃຈກາງ ແລະ ບັນດາປະເທດໃນພາກພື້ນຈະບໍ່ຖືກບັງບຽດ.

        ທ່ານສະມາຊິກສະພາສູງ Cory Gardner ຖືວ່າ, ເລື່ອງຈີນ ຫັນເປັນການທະຫານຢູ່ທະເລຕາເວັນອອກ ແລະ ບັນດາການກະທຳທີ່ເປັນປໍລະປັກກັບບັນດາປະເທດກໍ່ຖະແຫຼງອະທິປະໄຕຢູ່ພາກພື້ນແມ່ນຜິດກົດໝາຍ, ກໍ່ຄວາມຂາດສະຖຽນລະພາບ ແລະ ໄປຝືນກັບກົດໝາຍສາກົນ. ທ່ານ Cory Gardner ຫວັງວ່າ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ຈະນຳໃຊ້ກາລະໂອກາດນີ້ເພື່ອເນັ້ນໜັກວ່າ ອາເມລິກາ ຍາມໃດກໍ່ຈະຢູ່ຂ້າງບັນດາຄູ່ຮ່ວມມືອາຊຽນ ຂອງຕົນ.

        ໃນຂະນະນັ້ນ, ທ່ານສະມາຊິກສະພາສູງ Edward Markey ຖືວ່າ, ບັນດາການກະທຳຂອງຈີນ ຢູ່ທະເລຕາເວັນອອກ, ເຊິ່ງແມ່ນໜຶ່ງໃນບັນດາເຂດທະເລສຳຄັນທີ່ສຸດໃນໂລກ ແມ່ນສິ່ງທີ່ໜ້າວິຕົກກັງວົນ. ທ່ານ Edward Markey ຖະແຫຼງວ່າ ທ່ານໄດ້ສະໜັບສະໜູນຢ່າງແຮງບັນດາຄວາມມານະພະຍາຍາມທາງການທູດເພື່ອແນໃສ່ຮັກສາສັນຕິພາບຢູ່ທະເລຕາເວັນອອກ ລວມທັງເວທີປາໄສພາກພື້ນອາຊຽນ ທີ່ດຳເນີນໃນອາທິດ. ທ່ານ Edward Markey ຮຽກຮ້ອງໃຫ້ອາເມລິກາ ຕ້ອງໃຫ້ສັດຕະຍາບັນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ແລະ ຈົນຮອດເມື່ອໃດທີ່ ອາເມລິກາ ປະຕິບັດສິ່ງດັ່ງກ່າວ, ອາເມລິກາ ຈະສືບຕໍ່ປະຕິບັດສົນທິສັນຍາດັ່ງກ່າວ ແລະ ຫວັງວ່າ ບັນດາປະເທດອື່ນກໍ່ຈະພ້ອມກັນປະຕິບັດ.

        ກ່ອນໜ້ານັ້ນ, ວັນທີ 29 ກໍລະກົດ, ສະມາຊິກສະພາສູງອາເມລິກາ 4 ທ່ານອື່ນ ກໍ່ໄດ້ສົ່ງຈົດໝາຍຮຽກຮ້ອງໃຫ້ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ອອກສຽງກ່ຽວກັບບັນດາການກະທຳຂອງຈີນ ຢູ່ທະເລຕາເວັນອອກ ເມື່ອທ່ານ Mike Pompeo ເຂົ້າຮ່ວມກອງປະຊຸມກັບບັນດາເຈົ້າໜ້າທີ່ອາຊຽນ ຢູ່ບາງກອກ, ປະເທດໄທ ໃນອາທິດນີ້.

        ວັນທີ 26 ກໍລະກົດ, ກຳມາທິການການຕ່າງປະເທດສະພາຕ່ຳອາເມລິກາ ໄດ້ຖະແຫຼງກ່ຽວກັບການແຊກແຊງຂອງຈີນ ຢູ່ເຂດທະເລໂດຍຫວຽດນາມ ຄຸ້ມຄອງ ແລະ ຖືວ່າ, ຈີນ ໄດ້ລະເມີດເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ