ສະມາຊິກສະພາແຫ່ງຊາດ ປະກອບຄຳເຫັນດ້ວຍບັດລັບ

ສະມາຊິກສະພາແຫ່ງຊາດ ປະກອບຄຳເຫັນດ້ວຍບັດລັບ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ)

(vovworld) - ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ​ຕອນ​ເຊົ້າ​ວັນ​ທີ 18/11, ພາຍຫຼັງ​ທ່ານ​ຫົວໜ້າ​ຄະນະ​ຮຽບຮຽງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 (ສະບັບ​ປັບ​ປຸງ) ຟາ​ນຈູງ​ລິ໋ ສະ​ເໜີ​ບົດ​ລາຍ​ງານ​ຮັບ​ເອົາ​, ອະພິປາຍ​ຄຳ​ເຫັນຈາກ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ທີ່ປຶກ​ສາ​ຫາລື​ຢູ່​ໜ່ວຍ ​ແລະ ຫໍ​ປະ​ຊຸມ ກ່ຽວ​ກັບຮ່າງ​ລັດຖະທຳ​ມະນູນ​ປີ 1992 (ສະບັບ​ປັບ​ປຸງ), ທ່ານ​ຮອງປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ສະ​ເໜີ​ໃຫ້​ບັນດາສສຊ ​ໃຫ້​ຄຳ​ເຫັນ​ໂດຍ​ກົງ​ໃສ່​ບັນດາ​ມາດຕາ​ຂອງຮ່າງ​ລັດຖະທຳ​ມະນູນ​ປີ 1992 (ສະບັບ​ປັບ​ປຸງ) ​ແລະ ສະ​ແດງ​ຄຳ​ເຫັນ​ຂອງ​ຕົນ​ໃສ່​ບົດ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ມາດຕາ​ຂອງ​ຮ່າງ​ລັດຖະທຳ​ມະນູນ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນເຮັດ​ແຈ້ງ​ບາງ​ເນື້ອ​ໃນ​ຂອງ​ການ​ອະພິ​ປາຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ.

        “ຄະນະ​ຮຽບຮຽງຮ່າງ​ລັດຖະທຳ​ມະນູນສະ​ເໜີ​ສະພາ​ແຫ່ງ​ຊາດຄຳ​ເຫັນ​ຕື່ມ ​ເພື່ອ​ປັບປຸງຮ່າງ​ລັດຖະທຳ​ມະນູນ. ​ເລື່ອງ​ປັບປຸງ​ນີ້​ໂດຍ​ອີ່ງ​ໃສ່​ບັນດາ​ທິດ​ທາງທີ່​ເປັນ​ພື້ນຖານ ​ເພື່ອ​ໃຫ້​ພວກ​ເຮົາ​ມີ​ຫຼັກການ​ໜຶ່ງ, ພາ​ໄປ​ເຖິງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ສາມາດ​ລົງມະຕິ​ໄດ້. ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ ບັນດາ ສສຊ ສືບ​ຕໍ່​ປະກອບ​ຄຳ​ເຫັນ​​​ເພື່ອ​ມີ​ຮ່າງ​ລັດຖະທຳ​ມະນູນ​ດີ​ທີ່​ສຸດ ​ແລະ ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງສຸດ”.

ຂ່າວ/ບົດ​ອື່ນ