ສະມາຊິກສະພາແຫ່ງຊາດປຶກສາຫາລື ກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ສະມາຊິກສະພາແຫ່ງຊາດປຶກສາຫາລື ກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1

(ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13)

(vovworld) – ການ​ປຶກສາ​ຫາລືຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ (ສສຊ) ​ໄດ້​ສິ້ນ​ສຸດ​ໃນ​ຕອນ​ບ່າຍ​ວັນ​ທີ 4/6 ພາຍຫຼັງ​ເຮັດ​ວຽກ​ເປັນ​ເວລາ 2 ວັນ.

 ທີ່​ວາລະ​ປຶກສາ​ຫາລື​ໃນຕອນ​ບ່າຍ​ວັນ​ທີ 4/6, ບັນດາ​ ສສຊ ສືບ​ຕໍ່​ສະ​ເໜີ​ວ່າ​ລັດຖະທຳ​ມະນູນ​ຕ້ອງ​ກຳນົດ​ຢ່າງ​ລະອຽດ​ກ່ຽວ​ກັບ​ໜ້າ​ທີ່, ສິດ​ອຳນາດ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະບານ, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ… ​ເມື່ອ​ເຕື້ອງ​ເຖິງ​ຂໍ້​ກຳນົດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ, ທ່ານ​ຫງວຽນ​ດຶກ​ຫຽນ, ສສຊ ​ແຂວງ​ເງ້ອານ, ສະ​ເໜີ​ວ່າ:

“ຄວນ​ເພີ່ມ​ເຕີມ​ນະ​ໂຍບາຍ​ຂອງ​ລັດ​ກ່ຽວ​ກັບ​ການ​ສົ່ງ​ເສີມ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ​​ເມືອ​ປະ​ເທດລົງທຶນ​ພັດທະນາ​ເສດຖະກິດ ​ເພື່ອ​ແນ​ໃສ່​ດຶງ​ດູດ​ແຫຼ່ງທຶນ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ​ເມື່ອ​ເພີ່ມ​ເຕີມ​ເນື້ອ​ໃນ​ນີ້​ເຂົ້າ​ໃນ​ລັດຖະທຳ​ມະນູນ ​ແມ່ນ​ສ້າງ​ເງື່ອນ​ໄຂ​ເຮັດ​ໃຫ້​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ມີ​ຄວາມ​ອູ່​ນອ່ຽນ​ໃຈ​ເມື່ອ​ລົງທຶນ​ພັດທະນາ​ເສດຖະກິດ​ພາຍ​ໃນ​ປະ​ເທດ“.

ກ່າວ​ຄວາມ​ເຫັນ​ສະຫຼຸບ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ຕີ​ລາຄາ​ວ່າ, ການ​ປຶກສາ​ຫາລື​ໄດ້​ດຳ​ເນີນ​ໄປ​ຢ່າງ​ເຂັ້ມ​ງວດ, ປະຊາທິປະ​ໄຕ, ກົງ​ໄປ​ກົງ​ມາ, ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ. ກ່ຽວ​ກັບ​ເນື້ອ​ໃນ​ລະອຽດ, ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ, ​ໃຫ້​ຮູ້​ວ່າ:

“​ເບິ່ງ​ລວມ​ແລ້ວ, ບັນດາ ສສຊ ​ໄດ້​ເຫັນ​ດີ​ກັບ​ບົດ​ລາຍ​ງານ​ອະພິປາຍ, ຮັບ​ເອົາ, ປັບປຸງ​ຮ່າງ​ລັດຖະທຳ​ມະນູນ, ພິ​ເສດ​ແມ່ນ​ບັນດາ​ບັນຫາ​ພື້ນຖານ​ທີ່​ມີ​ລັກສະນະ​ຫຼັກການ ກ່ຽວຂ້ອງ​ເຖິງ​ທາດ​ແທ້​ຂອງ​ລະບອບ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ. ກ່ຽວ​ກັບ​ຊື່​ຂອງ​ປະ​ເທດ ສສຊ ສ່ວນ​ຫຼາຍ​ເຫັນ​ດີ​ກັບ​ຊື່​ປະ​ເທດ​ທີ່​ວ່າ ສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ. ກ່ຽວ​ກັບ​ທາດ​ແທ້​ຂອງ​ລັດ, ສສຊ ສ່ວນ​ຫຼາຍ​ຢືນຢັນ​ວ່າ ລັດ ສສ ຫວຽດນາມ ​ແມ່ນ​ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ກ່ຽວ​ກັບ​ພັກ​ກອມ​ມູນິດ​ຫວຽດນາມ, ຄວາມ​ເຫັນ​ທັງ​ໝົດ​ຢືນຢັນ​ບົດບາດນຳ​ພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ທີ່​ມີ​ຕໍ່​ລັດ ​ແລະ ສັງຄົມ. ກ່ຽວ​ກັບ​ລະບອບ​ເສດຖະກິດ, ບັນດາ ສສຊ ຢືນຢັນ​ວ່າ ພື້ນຖານ​ເສດຖະກິດ​ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດ​ຕະຫຼາດ, ກຳນົດ​ທິດ​ສັງຄົມ​ນິຍົມ. ສະ​ເພາະ​ບົດບາດ​ຂອງ​ບັນດາ​ພາກສ່ວນ​ເສດຖະກິດ​ຍັງ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ. ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ຢືນຢັນ​ວ່າ​ທັດສະນະ​ທີດິນ​ແມ່ນ​ຂຶ້ນ​ກັບ​ກຳມະສິດ​ຂອງ​ທົ່ວ​ປວງ​ຊົນ ​ແລະ ​ໂດຍລັດ​ເປັນ​ເອກະ​ພາບ​ຄຸ້ມ​ຄອງ. ກ່ຽວ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ, ນີ້​ແມ່ນ​ເນື້ອ​ໃນ​ໃຫຍ່​ຍັງ​ມີ​ຫຼາຍ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ“

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 4/6, ບັນດາ​ ສສຊ ​ໄດ້​ເຕື້ອງ​ເຖິງ​ການຈັດຕັ້ງອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ອຳນາດ​ການ​ປົກຄອງ​ເຂດ​ຕົວ​ເມືອ​ງ, ຫົວໜ່ວຍ​ບໍລິຫານພິ​ເສດ, ພາລະ​ໜ້າ​ທີ່, ທີ່​ຕັ້ງ, ບົດບາດ​ຂອງ​ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ​ຊື່​ງ​ໄດ້​ກຳນົດ​​ໃນ​ລັດຖະທຳ​ມະນູນ. ທ່ານ​ຫງວຽນ​ວຽດຍຽນ ສສຊ ນະຄອນ​ຫາ​ຟ່ອງ ສະ​ເໜີ​ວ່າ:

   “ສະພາບຕົວ​ຈິງ​ຢູ່​ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ ​ໃຫ້​ເຫັນ​ວ່າ: ວຽກ​ງານການ​ຮັບປະກັນ ​ແລະ ປົກ​ປ້ອງ​ລັດຖະທຳ​ມະນູນ​​ແມ່ນໄດ້​ມອບ​ໝາຍໃຫ້​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ ​ແຕ່​ກົນ​ໄກ​ຕິດຕາມ​ກວດກາ​ຍັງ​ກະ​ແຈກ​ກະຈາຍ ສະນັ້ນປະສິດທິ​ຜົນ​ໃນ​ການ​ກວດກາ, ​ແກ້​ໄຂ​ບັນດາ​ການລະ​ເມີດ​ລັດຖະທຳ​ມະນູນ​ໃນ​ຂົງ​ເຂດ​ບໍລິຫານ, ນິຕິ​ບັດ​ຍັດ, ຕຸ​ລາກາ​ນຍັງ​ບໍ່​ທັນ​ສູງ. ສະນັ້ນ, ການ​ສ້າງຕັ້ງສະພາ​ລັດຖະທຳ​ມະນູນ ຊື່​ງ​ແມ່ນ​ອົງການ​ເອກະລາດ​​ເພື່ອ​ຊ່ວຍ​ສະພາ​ແຫ່ງ​ຊາດ​ພິຈາລະນາ ສະຫລຸບ​ລັກສະນະ​ຖືກຕ້ອງກັບ​ລັດຖະທຳ​ມະນູນ, ຖືກຕ້ອງກັບ​ກົດໝາຍ​ຂອງ​ບັນດາ​ເອກະສານ​ນິຕິ​ກຳ ​ໂດຍ​ບັນດາ​ອົງການ​ສູງ​ກາງ ​ແລະ ທ້ອງ​ຖິ່ນ​ປະກາດ​ໃຊ້ແມ່ນຈຳ​ເປັນ​ທີ່​ສຸດ

  ​ແລະ ​ກໍ່​ໃນ​ການ​ປຶກສາ​ຫາລື​ໃນ​ຕອນ​ເຊົ້າວັນ​ທີ 4/6, ສສຊ ຫຼາຍທ່ານ​ສະ​ເໜີ​ຕ້ອງ​ຮັກສາມາດ​ຕາ​ທີ 10 ກຳນົດ​ສະ​ເພາະ​ກ່ຽວ​ກັບ​ກຳມະບານ​ຫວຽດນາມ. ທ່ານ​ບຸ່ຍ​ວັນ​ເຟືອງ ສສຊ ​ແຂວງ​ນິງບິງ ຍົກ​ຄຳ​ເຫັນ​ວ່າ:

   “ລັດຖະທຳ​ມະນູນ​ປີ 1980 ​ໄດ້ຮັບຮູ້​ມາດຕາ​ສະ​ເພາະ​ກ່ຽວ​ກັບ​ອົງການ​ກຳມະບານ ​ແລະ ລັດຖະທຳ​ມະນູນ​ປີ 1992 ຍັງ​ສືບ​ຕໍ່​ຢືນຢັນ, ປັບປຸງ ​ແລະ ປະຈຸ​ບັນ, ຜ່ານ​ວິວັດ​ການ​ປະຕິບັດ​ບໍ່​ທັນ​ປະກົດ​ມີ​ສິ່ງ​ຕິດ​ຂັດ. ທີ​ສອງ​ແມ່ນ, ຫວຽດນາມ ພວມ​ຢູ່ໃນ​ວິວັດ​ການ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ຕາມ​ທ່າ​ອ່ຽງນີ້, ຊົນ​ຊັ້ນກຳມະກອນ​ຈະ​ກວມ​ເອົາ​ອັດຕາ​ສ່ວນຫຼາຍ​ໃນ​ໂຄງ​ປະກອບ​ຊົນ​ຊັ້ນ, ສະນັ້ນພວກ​ເຮົາຮັກສາມາດຕາ​ທີ 10 ​ແມ່ນ​ເໝາະ​ສົມ​ກັບ​ວິວັດ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ”.



ຂ່າວ/ບົດ​ອື່ນ