ສະມາຊິກສະພາແຫ່ງຊາດປຶກສາຫາລືກ່ຽວກັບເສດຖະກິດ-ສັງຄົມ

ສະມາຊິກສະພາແຫ່ງຊາດປຶກສາຫາລືກ່ຽວກັບເສດຖະກິດ-ສັງຄົມ - ảnh 1
(ພາບປະກອບ)

(vovworld)- ທີ່​ວາລະປຶກສາຫາລືເມື່ອວັນທີ 2/6, ບັນດາສະມາຊິກສະພາ ແຫ່ງຊາດ​ໄດ້​ສະ​ເໜີ​ລັດຖະບານ​ຈົ່ງ​ສຸມ​ໃສ່​ລົງທຶນ​ຕໍ່​ກຳ​ປັ່ນ​ຫາ​ປາ​ໃຫຍ່​ໃຫ້​ຊາວ​ປະມົງ, ກ່ອນອື່ນ​ໝົດ​ແມ່ນ​ຢູ່​ບັນດາ​ເຂດ​ຈຸມສຸມ. ບັນດາສະມາຊິກສະພາ ແຫ່ງຊາດກໍ​ເຫັນ​ດີ​ກັບ​ວິທີ​ການ​ສະຫງວນ​ເງິນ 16.000 ຕື້ດົງ​ຈາກ​ການ​ດຸນ​ດຽງ​ງົບປະມານ​ປີ 2013​ ເພື່ອ​ໃຊ້​ຈາ​ຍ​ໃຫ້​ພາກສ່ວນ​ຕຳຫຼວດ​ທະ​ເລ, ກຳລັງ​ກວດກາ​ການ​ປະມົງ ​ແລະ ໜູນ​ຊ່ວຍ​ຊາວ​ປະມົງ​ໄປ​ຫາ​ປາ​ຢູ່​ໄກ​ຝັ່ງ​ທະ​ເລ. ທ່ານ ຫງວຽນ​ກາວ​ເຊີນ ສະມາຊິກສະພາແຫ່ງຊາດ ​ແຂວງ​ຮ່ວາ​ບີ​ງ ມີ​ຄຳ​ເຫັນ​ດັ່ງ​ນີ້ : 

  “ ຕໍ່ໜ້າ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປະຈຸ​ບັນ, ຂ້າພະ​ເຈົ້າ​ເຫັນ​ດີ​ກັບ​ລັດຖະບານ​ສຸມ​ແຫຼ່ງກຳລັງ​ແຫ່ງ​ຊາດ​ດ້ວຍ​ເງິນ16.000 ຕື້ດົງ ​ແບບ​ຮັດ​ເຂັມ​ຄັດ, ຕ້ອງ​ຕັ້ງ​ພື້ໜຖານ​ເສດຖະກິດ​ຢູ່​ໃນ​ສະພາບ​ເຄື່ອນ​ເໜັງ, ທັງ​ສ້າງ​ເສດຖະກິດ​ມະຫາ​ພາກ​ເປັນ​ປັກ​ກະຕິ ທັງ​ໃຫ້​ເສດຖະກິດ​ຕ້ອງ​ຕິດ​ພັນ​ກັບ​ການ​ປ້ອງ​ກັນຊາ​ດ, ​ໃຫ້​ບຸລິມະສິດ​ພິຈາລະນາ​ຄືນ​ການ​ລົງທຶນ, ສະຫງວນ​ງົບປະມານ​ໃຫ້​ພາກສ່ວນ​ຕຳຫຼວດ​ທະ​ເລ, ກຳລັງ​ກວດກາ​ການ​ປະມົງ ​ແລະ ໜູນ​ຊ່ວຍ​ຊາວ​ປະມົງ​ອູ​ນອຽນ​ໃຈໄປ​ຫາ​ປາ​ຢູ່​ໄກ​ຝັ່ງ​ທະ​ເລ”

   ກະ​ສີ​ກຳ, ຊາວ​ກະ​ສີກ​ອນ ​ແລະ ຊົນນະບົດ​ກໍ​​ແມ່ນ​ບັນດາ​ບັນຫາ​ທີ່​ບັນດາສະມາຊິກສະພາແຫ່ງຊາດນຳ​ມາ​ປຶກສາ​ຫາລື​ໃນ​ມື້​ນີ້. ທ່ານ​ເຈືອງ​ວັນ​ເຫວີ ສະມາຊິກສະພາແຫ່ງຊາດ​ແຂວງ​ດົ​ງນາຍ ມີ​ຄຳ​ເຫັນ​ດັ່ງ​ນີ້ : 

   “ ວຽກ​ງານ​ທີ່​ຕ້ອງ​ເຮັດ​ໃນ​ທັນ​ທີ່ ​ແມ່ນ​ຕ້ອງ​ຊີ້​ນຳ​ຢ່າງ​ຂ້ຽວຂາ​ດກວ່າ​ໃຫ້​ທ້ອງ​ຖິ່ນ​ຜັນ​ຂະຫຍາຍ​ການ​ສ້າງ​ໂຄງ​ປະກອບກະ​ສີ​ກຳ​ຄືນ​ໃໝ່. ຕາມນັ້ນ​ແລ້ວ,  ກໍ​ເພີ່ມ​​ເຕີມ​ມາດ​ຕະການ​ໂດຍ​ຈຳ​ເປັນ​ກວ່າ​ກ່ຽວ​ກັບ​ການຈຳໜ່າຍ​ຜະລິດ​ຕະພັນ​ກະ​ເສດ,​ນັບ​ທັງ​ການ​ປະຕິບັດ​ໂຄງການ​ເຕັກ​ໂນ​ໂລ​ຢີຊີວະ​ສາດ, ພັດທະນາ​ກະ​ສີ​ກຳ​ເຕັກ​ໂນ​ໂລ​ຢີສູງ...”

     ​ກ່ຽວ​ກັບ​ບາງ​ການ​ກຳນົດ​ທິດ​ຂອງ​ຂະ​ແໜງ​ກະ​ສີ​ກຳ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ທ່ານ​ລັດຖະມົນ​ຕີ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ກາວ​ດຶກ​ຟາດ ​ໃຫ້​ຮູ່ວ່າ :

   “ ​ໃນ​ຊຸມ​ເດືອນ​ທີ່​ຈະ​ມາ​ເຖິງ, ຈະ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ຄ້າງ​ຄ່າ​​ເພື່ອ​ຂະຫຍາຍ​ຕະຫຼາດ​ຈຳໜ່າຍ, ​ເປັນ​ຕົ້ນ​ແມ່ນ​ຕະຫຼາ​ດສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ. ທີ 2 ສືບ​ຕໍ່​ສ້າງ​ໂຄງ​ປະກອບກະ​ສີ​ກຳ​ຄືນ​ໃໝ່, ທີ 3 ​ແມ່ນ​ເພີ່ມ​ທະວີ​ຄວາມ​ສາມາດ ​ແລະ ກຽມພ້ອມ​ຮັບ​ມື​ກັບ​ສະພາບ​​ໂລກລະບາດ, ​ໄພ​ທຳ​ມະ​ຊາດ”

ຂ່າວ/ບົດ​ອື່ນ