ສະມາຊິກສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງກ່ອນທີ່ດຳເນີນກອງປະຊຸມສະໄໝສະມັນ

ສະມາຊິກສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງກ່ອນທີ່ດຳເນີນກອງປະຊຸມສະໄໝສະມັນ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ  ຫວູວັນ​ນິງ
ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ນາມ​ດິ້ງ)

(vovworld) – ​​ໃນ​ວັນ​ທີ 28 – 29/9, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ  ຫວູວັນ​ນິງ,​ພ້ອມ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ນາມ​ດິ້ງ, ​ໄດ້ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ນາມ​ດິ້ງ ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ສະ​ໄໝ​ສະມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ ຊຸດ​ທີ 13. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ​ຕ່າງໆ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​​ຮັບຮູ້​ບັນດາ​ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອ​ກຕັ້ງ, ປາດ​ຖະໜາ​ຢາກ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ພ້ອມ​ກັບ​ອຳນາດ​ການ​ປົກ​ຄອງ​ຂັ້ນ​ຮາກຖານ​ປະຕິບັດ​ໂຄງການ​ຈຸດໝາຍ​​ແຫ່ງ​ຊາດ​ກໍ​ສ້າງ​ຊົນນະບົດ​​ໃໝ່​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ມີຫົວຄິດ​ປະ​ດີດ​ສ້າງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ກໍ​ແລກປ່ຽນ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ບາງ​ນະ​ໂຍບາຍ​ສິນ​ເຊື່ອ​ໃຫ້​ກະສິກຳ, ​ໃຫ້ນັກຮຽນ, ນັກ​ສຶກສາ​ກູ້​ຢືມ​ທຶນເພື່ອ​ຮຳ່ຮຽນ, ​ເລື່ອງ​ປະຕິ​ບັດ​ນະ​ໂຍບາຍ​ຫລຸດ​ຜ່ອນຄວາມທຸກ​ຍາກ… ແລະກໍ​ໃນ​ວັນ​ທີ 29/9, ທ່ານ ຟ້າ​ມກວາງ​ງີ້, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ​ໄດ້​ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ດົ໋ງດາ ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13.

ຂ່າວ/ບົດ​ອື່ນ