ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ແກ່​ຍາວ​ເວ​ລາຫຼຸດ​ອາ​ກອນ VAT 2% ຈົນ​ໝົດ​ປີ 2024

(VOVWORLD) - ທ່ານ ຫວູຕຽນລົກ, ສະມາຊິກສະພາແຫ່ງຊາດຮ່າໂນ້ຍ ໄດ້ສະເໜີປະຕິບັດການຫຼຸດ 2% ອາກອນ VAT ໃນທຸກຂົງເຂດ ແລະ ແກ່ຍາວຈົນໝົດປີ 2024
ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ແກ່​ຍາວ​ເວ​ລາຫຼຸດ​ອາ​ກອນ VAT 2% ຈົນ​ໝົດ​ປີ 2024 - ảnh 1ທ່ານ ຫວູຕຽນລົກ, ສະມາຊິກສະພາແຫ່ງຊາດຮ່າໂນ້ຍ (ພາບ: VOV)

ຕອນບ່າຍວັນທີ 1 ມິຖຸນາ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ XV ກ່ຽວກັບການປະກອບຄຳເຫັນໃສ່ແຜນນະໂຍບາຍສືບຕໍ່ຫຼຸດອາກອນ VAT 2%, ມີສະມາຊິກຫຼາຍທ່ານໄດ້ສະເໜີແກ່ຍາວເວລາປະຕິບັດນະໂຍບາຍ ແລະ ເປີດກວ້າງຂົງເຂດໄດ້ຊົມໃຊ້. ທ່ານນາງ ມາຍທິເຟືອງຮວາ, ສະມາຊິກສະພາແຫ່ງຊາດແຂວງ ນາມດິງ ໃຫ້ຮູ້ວ່າ ການແກ່ຍາວເວລາຫຼຸດ ອາກອນມູນຄ່າເພີ່ມ 2% ຈົນໝົດວັນທີ 31 ທັນວາປີ 2023 ແມ່ນໄລຍະເວລາສັ້ນທີ່ສຸດ. ເພື່ອໃຫ້ນະໂຍບາຍເສີມຂະຫຍາຍໄດ້ໃນຕົວຈິງ ແລະ ລາຍຮັບງົບປະມານແຫ່ງລັດສູງກ່ວາຕົວເລກທີ່ໄດ້ຮັບການລາຍງານ, ສະມາຊິກສະພາແຫ່ງຊາດໄດ້ສະເໜີແກ່ຍາວນະໂຍບາຍຫຼຸດ 2% ອາກອນ VAT ຈົນໝົດປີ 2025 ຫຼືສັ້ນທີ່ສຸດແມ່ນໝົດປີ 2024.

ສ່ວນທ່ານ ຫວູຕຽນລົກ, ສະມາຊິກສະພາແຫ່ງຊາດຮ່າໂນ້ຍ ໄດ້ສະເໜີປະຕິບັດການຫຼຸດ 2% ອາກອນ VAT ໃນທຸກຂົງເຂດ ແລະ ແກ່ຍາວຈົນໝົດປີ 2024, ພ້ອມກັບບາງເງື່ອນໄຂເພື່ອໃຫ້ນະໂຍາບາຍດັ່ງກ່າວອາດຈະສືບຕໍ່ແກ່ຍາວເຊິ່ງບໍ່ຈຳເປັນຕ້ອງຍືນສະເໜີຕໍ່ສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ