ສະມາຊິກສະພາແຫ່ງຊາດອັກຊັງຕີນຕີລາຄາສູງຜົນສຳເລັດຂອງIPU132ຢູ່ຫວຽດນາມ

ສະມາຊິກສະພາແຫ່ງຊາດອັກຊັງຕີນຕີລາຄາສູງຜົນສຳເລັດຂອງIPU132ຢູ່ຫວຽດນາມ - ảnh 1
ທ່ານ Ricardo Cuccovillo
(ພາບ: Đào Diệu Hương/Vietnam+)

(vovworld) - ວັນ​ທີ 9/4, ທ່ານ Ricardo Cuccovillo, ປະ​ທານ​ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ມິດ​ຕະ​ພາບ ກັບ ຫວຽດ​ນາມ ຢູ່​ສະ​ພາ​ຕ່ຳ ອັກ​ຊັງ​ຕີນ, ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ມານະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຈັດ​ຕັ້ງ​ກ​ອງ​ປະ​ຊຸມ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ​ຄັ້ງ​ທີ 132 (IPU 132) ​ຢູ່ ຮ່າ​ໂນ້ຍ ​ສຳ​ເລັດ. ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ Buenos Aires ພາຍຫຼັງ​ເຂົ້າ​ຮ່ວມ IPU 132, ທ່ານ​ Cuccovillo, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ພັກ​ສັງ​ຄົມ​ນິ​ຍົມ ອັກ​ຊັງ​ຕີນ, ຢັ້ງ​ຢ​ືນ​ວ່າ: ດ້ວຍ​ຜົນ​ງານ​ຂອງ​​ການ​ເຄື່ອນ​ໄຫວ​ສາ​ກົນ​ໃຫຍ່​ນີ້, ​ອີກ​ເທື່ອ​ໜຶ່ງ ຫວຽດ​ນາມ ໄດ້​ປັບ​ປຸງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຕົນ​ໃນ​ເວ​ທີ​ສາ​ກົນ, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ບາດ​ກ້າວ​ໃໝ່​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກັບ​ສະ​ພາ​ແຫ່ງ​ຊາດປະ​ເທດ​ຕ່າງໆ. ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ປຶກ​ສາ​ຫາ​ລືຫຼາຍ​ບັນ​ຫາ​ສາ​ກົນ​ທີ່​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຄື: ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ, ບັ້​ນ​ຮົບ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ລັດ​ທິກໍ່​ການ​ຮ້າຍ… ທ່ານ Cuccovillo ຕີ​ລາ​ຄາ​ສູງ​ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນາມ ໃນ​ບັນ​ດາ​ບັນ​ຫາ​ທີ່​ໄດ້​ນຳ​ມາ​ປຶກ​ສາ​ຫາ​ລື ແລະ ບັນ​ດາ​​ຂໍ້​ລິ​ເລ​ີ່ມນີ້​ໄດ້​ນຳ​ເຂົ້າ​ບັນ​ດາ​ມະ​ຕິ​ສຳ​ຄັນ​ຂອງກອງ​ປະ​ຊຸມ​ໃຫຍ່. ຄຽງ​ຄູ່​ກັນ​ນັ້ນ, ທ່ານກໍ່​ອວຍ​ພອນ​ຄະ​ນະ​ຈັດ​ຕັ້ງ​ທີ່​ປ​ະ​ຕິ​ບັດ​ວຽກ​ງານ​ພາ​ລະ​ທິ​ການ​ຮັບ​ໃຊ້​ຜູ້​ແທນ​ເປັນ​ຈຳ​ນວນຫຼາຍ​ເປັນ​ຢ່າງ​ດີ ແລະ ມີ​ປະ​ສິດ​ທິ​ຜົນ.


ຂ່າວ/ບົດ​ອື່ນ