ສະມາຊິກສະພາແຫ່ງຊາດອາເມລິກາຮັບຮູ້ຜົນງານດ້ານສິດທິມະນຸດຢູ່ຫວຽດນາມ

ສະມາຊິກສະພາແຫ່ງຊາດອາເມລິກາຮັບຮູ້ຜົນງານດ້ານສິດທິມະນຸດຢູ່ຫວຽດນາມ - ảnh 1
ທ່ານ​ສະມາ​ຊິກ​ສະພາ​ຕຳ່ ອາ​ເມ​ລິ​ກາ Eni Falemavaega
(ພາບ: AP)

(vovworld) – ທ່ານ​ສະມາ​ຊິກ​ສະພາ​ຕຳ່ ອາ​ເມ​ລິ​ກາ Eni Falemavaega, ສະມາຊິກ​ຂັ້ນ​ສູງ​ຂອງ​ກຳມາ​ທິການການ​ຕ່າງປະ​ເທດ ສະພາ​ຕຳ່ ອາ​ເມ​ລິ​ກາ, ວັນ​ທີ 7/4 ​ໄດ້​ອອກ​ຖະ​ແຫຼ​ງກາ​ນຊົມ​ເຊີຍ​ບົດ​ລາຍ​ງານ​ກວດກາປະຈຳ (UPR) ​ໄລຍະ 2 ຂອງ ຫວຽດນາມ ທີ່​ສະພາ​ສິດທິ​ມະນຸດ ສປຊ ຮັບຮອງ​ເອົ​າ​ເມື່ອ​ວັນ​ທີ 8/2 ​ເວລາ​ຜ່ານ​ມາ​ຢູ່ ​ເຊີ​ແນວ, ປະ​ເທດ​ສະ​ວິດ.

ຖະ​ແຫຼ​ງການ​ຂອງ​ສະມາຊິກ​ສະພາ​ຕຳ່ Falemavaega ຊີ້​ແຈ້ງ​ການ​ປະຕິບັດ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ສື່​ມວນ​ຊົນ ​ແລະ ສື່ຂ່າວຢູ່ ຫວຽດນາມ ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ຈຳ​ນວນ​ໜັງສື​ພິມ, ສິ່ງ​ພິມ, ບັນດາ​ຊ່ອງ​ໂທລະພາບ, ວິ​ທະ​ຍຸກະຈາຍສຽງ, ​ແລະ ​ເນັ້ນ​ໜັກ​ສິດ​ເສລີ​ສ້າງ​ຕັ້ງ​ສະມາຄົມ ທີ່​ໄດ້​ຮັບ​ຮູ້​ໃນ​ລັດຖະທຳ​ມະນູນ ​ແລະ ​ໄດ້ຮັບ​ການ​ປົກ​ປ້ອງ​ຈາກ​ກົດໝາຍ. ນອກ​ຈາກ​ນັ້ນ, ທ່ານສະມາຊິກ​ສະພາ​ຕຳ່ Falemavaega ​ກໍ່​ຢືນຢັນ ຫວຽດນາມ ຍັງ​ບັນ​ລຸ​ໄດ້ຜົນ​ງານ​ຕັ້ງໜ້າ​ຫຼາຍ​ຢ່າງ​ກ່ຽວ​ກັບ​ດ້ານ​ເສດຖະກິດ, ສາທາລະນະ​ສຸກ, ການ​ສຶກສາ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ​ ຊາຍ ​ແລະ ບັນດາ​ຂົງ​ເຂດ​ອື່ນໆ​ອີກ. ທ່ານສະມາຊິກ​ສະພາ​ຕຳ່ Falemavaega ​ກໍ່​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ ຫວຽດນາມ​ ​ໃນ​ການ​ຮ່ວມ​ມື​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ, ​ໃນ​ນັ້ນ​ມີ​ເລື່ອງ ຫວຽດນາມ ມີ​ບັນດາ​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ສິດທິ​ມະນຸດ​ປະຈຳ​ປີ ກັບ​ບັນດາ​ຄູ່​ຮ່ວມ​ມື​ຄື: ອາ​ເມ​ລິ​ກາ ​ແລະ ສະຫະພາບ ​ເອີ​ລົບ.

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ສະພາ​ຕຳ່ ອາ​ເມ​ລິ​ກາ ​ໄດ້​ອອກ​ບົດ​ບັນທຶກຮັບ​ຮູ້​ຂອງ ສະພາ​ແຫ່ງ​ຊາດ ຊຶ່ງ​ໄດ້​ນຳ​ຖະ​ແຫຼ​ງການ​ດັ່ງກ່າວ​ຂອງ​ທ່ານສະມາຊິກ​ສະພາ​ຕຳ່ Falemavaega ​ເຂົ້າ​ນຳ​ໃຊ້​ເປັນ​ເອກະສານ​ທາງ​ການ​ຂອງ​ສະພາ​ຕຳ່ ອາ​ເມ​ລິ​ກາ.

 

 



ຂ່າວ/ບົດ​ອື່ນ