ສະມາຊິກສະພາແຫ່ງຊາດເຊື່ອໝັ້ນຕໍ່ນາຍົກລັດຖະມົນຕີແລະລັດຖະບານນຳປະເທດຊາດພັດທະນາ

ສະມາຊິກສະພາແຫ່ງຊາດເຊື່ອໝັ້ນຕໍ່ນາຍົກລັດຖະມົນຕີແລະລັດຖະບານນຳປະເທດຊາດພັດທະນາ - ảnh 1
(ພາບປະກອບ)

(vovworld) – ​ ​ວັນ​ທີ 06/04, ສະພາ​ແຫ່ງ​ຊາດ​ເລົ່ມຕົ້ນ​ດຳ​ເນີນ​ບັນດາລະບຽບ​ການ​​ໃຫ້​ເຊົາ​ຕຳ​ແໜ່​ງ ​ແລະ ​ເລືອກ​ຕັ້ງ​ນາຍົກລັດຖະມົນຕີຄົນ​ໃໝ່, ​ໃຫ້​ສັດຕະຍາບັນ​​ໃບ​ສະ​ເໜີ​ຂອງ​ນາຍົກລັດຖະມົນຕີ​ກ່ຽວ​ກັບ​ເລື່ອງ​ໃຫ້​ເຊົາ​ຕຳ​ແໜ່​ງ ​ແລະ ​ແຕ່ງ​ຕັ້ງ​ບາງ​ຮອງ​ນາຍົກລັດຖະມົນຕີລັດຖະບານ,ລັດຖະມົນຕີ ​ແລະ ສະມາຊິກ​ອື່ນໆ​ຂອງ​ລັດຖະບານ. ຢູ່ນອກ​ວາລະ​ປະຊຸມ​ສະພາ​ແຫ່ງ​ຊາດ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່ຄະນະ​ລັດຖະບານ ​ແລະ ຜູ້ນຳ​ລັດຖະບານຄົນ​ໃໝ່ ຈະ​ມີຈິດຕະນາ​ການປ່ຽນ​ໃໝ່​​ແຂງ​ແຮງ, ຂ້ຽວຂາດ ​ເພື່ອ​ນຳ​ປະ​ເທດ​ຊາດຜ່ານ​ຜ່າ​ບັນດາ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ການ​ເຊື່ອມ​ໂຍງ​ເຂົ້        າກັບ​ເສດຖະກິດ​ໂລກ. ຕາມ​ສະມາຊິກ​ສະພາ​​ແຫ່ງ​ຊາດຫລາຍ​ທ່ານ​ແລ້ວ, ອາຍຸ​ການ​ຜ່ານ​ມາ, ລັດຖະບານ​ໄດ້​ມີ​ບັນດາ​ມາດ​ຕະການ​ຢ່າງ​ຂ້ຽວຂາດ, ນຳ​ພື້ນ​ຖານ​ເສດຖະກິດ - ສັງຄົມ ບັນລຸ​ໄດ້​ໝາກຜົນ​ສຳຄັນ​ຫລາຍ​ຢ່າງ, ຕອບ​ສະໜອງ​ຄວາມ​ຮຽກຮ້​ອງຕ້​​ອງກາ​ນພັດທະນາ ​ແລະ​ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກຂອງ​ປະ​ເທດ​ຊາດ. ທ່ານ​ນາງ​ ຫວໍ​ທິຮົ່ງທ້ວາຍ ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ບາກ​ລຽວ ຖື​ວ່າ:

        “ຂ້າພະ​ເຈົ້າ​ຫວັງ​ວ່າ ລັດຖະບານ​ຊຸດໃໝ່, ພິ​ເສດ​ແມ່ນ​ບົດບາດ​ຂອງ​ນາຍົກລັດຖະມົນຕີ ຈະ​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້ ​ແລະ ຊອກ​ຫາ​ບັນດາ​ມາດ​ຕະການ​ແກ້​ໄຂສິ່ງ​ຈຳກັດອ່ອນ​ດ້ອຍຢ່າງ​ມີ​ປະສິດທິ​ຜົນ. ຜູ້ນຳ​ສູງ​ສຸດ​ຂອງລັດຖະບານ​ຄວນ​ຂະຫຍັນ​ຂັນ​ເຄື່ອນ, ຂ້ຽວ​ຂາດ​ກ່ວາ ​ແລະ ປະຕິບັດ​ຕາມ​ເປົ້າ​ໝາຍ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ວາງ​ອອກ​ໃນ​ວິວັດ​ການ​ບໍລິຫານ. ທີ່​ສອງ ຕ້ອງ​ເຕົ້າ​ໂຮມ​ບັນດາ​ອົງການ​ສຳ​ນັກ​ງານ​ຂອງ​ລັດຖະບານ ​ເພື່ອ​ສ້າງ​ຄວາມ​ສາມັກຄີ, ຮ່ວມ​ແຮງ​ຮ່ວມ​ໃຈ ​ແລະ ​ເສີມ​ຂະຫຍາຍ​ຄວາມ​ຮັບ​ຜິດ​ຊອບ​ ສະ​ມາ​ຊິກ​ລັດຖະບານ​ແຕ່ລະ​ທ່ານ ​ເພື່ອ​ປະຕິບັດ​ໜ້າ​ທີ່; ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ກວດກາຈາກ​ຂັ້ນ​ສູນ​ກາງ​ລົງ​ຮອດຂັ້ນ​ທ້ອງ​ຖິ່ນ, ບົນ​ພື້ນຖານຈັດ​ແບ່ງ​ຂຶ້ນມອບ​ສິດ ​ເພື່ອ​ປະຕິບັດ​ວຽກ​ງານ​ທີ່ລັດຖະບານ​​ໄດ້ວາງ​ອອກ”.

ຂ່າວ/ບົດ​ອື່ນ