ສະມາຊິກສະພາແຫ່ງຊາດແຂວງ ບິ່ນ​ທ້ວນ ພົບປະກັບຜູ້ມີສິດເລືອກຕັ້ງ

ສະມາຊິກສະພາແຫ່ງຊາດແຂວງ ບິ່ນ​ທ້ວນ ພົບປະກັບຜູ້ມີສິດເລືອກຕັ້ງ - ảnh 1
(ທ່ານ ຫວູຫາຍ ມອບກອມ​ພິວ​ເຕີ​ໜ່ວຍ​ໜຶ່ງ ​ແລະ ​
ເຄື່ອງພິມໜ່ວຍໜຶ່ງໃຫ້ແກ່ ສະຖານີ​ວິ​ທະ​ຍຸຕາ​​ແສງ ດຶກ​ຟູ໋
)

(vovworld) – ຕອນ​ເຊົ້າ​ວັນ​ທີ 1/7, ຄະນະຜູ້ແທນ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ແຂວງ ບິ່ນ​ທ້ວນ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ແຂວງ. ຜູ້ຕາງໜ້າຄະນະ ສສຊ ປະກາດ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຮັບ​ຊາບ​ບັນດາ​ໝາກຜົນ​ຕົ້ນ​ຕໍ່​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດຊຸດ​ທີ 13 ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ຂອງ ຄະນະ ສສຊ ​ແຂວງ ບິ່ນ​ທ້ວນ ​ທີ່​ວາລະ​ປະຊຸມ. ທີ່​ການ​ພົບ​ປະ, ຜູ້​ມີ​ສິດ​ເລືອກ​ຕັ້ງສະ​ເໜີ​ວ່າ ຄວນ​ມີ​ນະ​ໂຍບາຍ​ທີ່​ເໝາະສົມ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ, ຜູ້​ເຂົ້າ​ຮ່ວມ​ການ​ຕໍ່ສູ້, ຫລຸດຜ່ອນ​ຄ່າ​ຮຽນ​ໃຫ້​ແກ່​ນັກຮຽນ​ທຸກ​ຍາກ, ນັກຮຽນ​ເຂດ​ພູດ​ອຍ.​.​.​ ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ຫວູຫາຍ, ຮອງ​ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ ຫວຽດນາມ, ສສຊ ​ແຂວງ ບິນ​ທ້ວນ, ຕາງໜ້າ​ໃຫ້ການ​ນຳ​ວິທະຍຸ​ກະຈາຍສຽງ ຫວຽດນາມ​ ມອບເຄື່ອງກອມ​ພິວ​ເຕີ​ໜ່ວຍ​ໜຶ່ງ ​ແລະ ​ເຄື່ອງພິມ​ໃຫ້​ສະຖານີ​ວິ​ທະ​ຍຸຕາ​​ແສງ ດຶກ​ຟູ໋, ​​ເມືອງ ​ແຕງລີງ, ​ເຊິ່ງ​ແມ່ນ​ຕາ​ແສງ​​ເຂດ​ພູດ​ອຍທຸກ​ຍາກ, ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ ເພື່ອຊ່ວຍ​ໃຫ້​ຕາ​ແສງ​ສາມາດປະຕິບັດ​ວຽກ​ງານ​ໂຄສະນາ​ໄດ້ດີ​ກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ