ສະມາຊິກສະພາແຫ່ງຊາດແມ່ນຜູ້ຮັບໃຊ້ ແລະ ຈົ່ງຮັກພັກດີຕໍ່ປະເທດຊາດແລະປະຊາຊົນ

(VOVWORLD) -ບັນດາຜູ້ມີສິດເລືອກຕັ້ງລ້ວນແຕ່ຕີລາຄາສູງການປະກອບສ່ວນສຳຄັນຂອງທ່ານປະທານປະເທດ ຫວຽນຊວັນຟຸກ ທີ່ມີຕໍ່ພາລະກິດປະຕິວັດຂອງປະເທດຊາດ.
ສະມາຊິກສະພາແຫ່ງຊາດແມ່ນຜູ້ຮັບໃຊ້ ແລະ ຈົ່ງຮັກພັກດີຕໍ່ປະເທດຊາດແລະປະຊາຊົນ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ບາດິ່ງ
(ພາບ: TTXVN)

ຕອນຄ່ຳວັນທີ 05 ເມສາ, ຢູ່ໜ່ວຍຊຸມຊົນເລກທີ 8, ຕາແສງ ດ້ຽນບຽນ, ເມືອງ ບາດິ່ງ, ນະຄອນຮ່າໂນ້ຍ, ໄດ້ຈັດກອງປະຊຸມເພື່ອຮັບເອົາຄຳເຫັນ ແລະ ຄວາມໄວ້ວາງໃຈຂອງຜູ້ມີສິດເລືອກຕັ້ງບ່ອນຢູ່ອາໄສສຳລັບຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ 15 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ, ອາຍຸການ 2021 – 2025, ໃນນັ້ນໄດ້ຮັບເອົາຄຳເຫັນ ແລະ ຄວາມໄວ້ວາງໃຈກັບຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແມ່ນທ່ານປະທານປະເທດ ຫງວຽນຊວັນຟຸກ. ທີ່ກອງປະຊຸມ, ຜູ້ມີສິດເລືອກຕັ້ງໄດ້ຮັບຟັງການແນະນຳບັນດາມາດຕະຖານຂອງສະມາຊິກສະພາແຫ່ງຊາດ, ຊີວະປະຫວັດຫຍໍ້, ວິວັດການປະຕິບັດງານຂອງທ່ານປະທານປະເທດ ຫງວຽນຊວັນຟຸກ. ບັນດາຜູ້ມີສິດເລືອກຕັ້ງລ້ວນແຕ່ຕີລາຄາສູງການປະກອບສ່ວນສຳຄັນຂອງທ່ານປະທານປະເທດ ຫວຽນຊວັນຟຸກ ທີ່ມີຕໍ່ພາລະກິດປະຕິວັດຂອງປະເທດຊາດ. ກ່າວຄຳເຫັນຕໍ່ຜູ້ມີສິດເລືອກຕັ້ງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ເນັ້ນໜັກວ່າ.

        “ສະມາຊິກສະພາແຫ່ງຊາດແມ່ນຜູ້ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ຈົ່ງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນ. ຂ້າພະເຈົ້າຫາກໍ່ສາບານຕໍ່ຄັນທຸງແດງ ດາວເຫຼືອງ, ຕໍ່ປະຊາຊົນຜູ້ມີສິດເລືອກຕັ້ງທົ່ວປະເທດວ່າ, ຈົ່ງຮັກພັກດີຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ຕໍ່ລັດຖະທຳມະນູນ… ເພື່ອປົກປັກຮັກສາ, ສ້າງສາປະເທດຊາດ. ພະນັກງານຄົນທຳມະດາກໍ່ຄືແນວນັ້ນ ແລະ ໃນຖານະເປັນພະນັກງານຂັ້ນສູງກໍ່ຍິ່ງຕ້ອງຄືແນວນັ້ນ, ຕ້ອງຖືພາລະກິດຂອງຊາດເໜືອກວ່າສິ່ງໃດໝົດ. ແລະນີ້ກໍ່ແມ່ນຄຳໝັ້ນສັນຍາຂອງພວກຂ້າພະເຈົ້າທີ່ມີຕໍ່ປະຊາຊົນຜູ້ມີສິດເລືອກຕັ້ງ”.

        ທີ່ກອງປະຊຸມ, ຜູ້ມີສິດເລືອກຕັ້ງ 100% ໄດ້ເຫັນດີສະເໜີທ່ານ ຫງວຽນຊວັນຟຸກ ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 15.

ຕອບກັບ

ຂ່າວ/ບົດ​ອື່ນ