ສະ​ວິດ​ ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ແນ​ໃສ່ ລັດ​ເຊຍ

(VOVWORLD) -   ວັນທີ 03 ສິງຫາ, ລັດຖະບານ ສະວິດ ໄດ້ແຈ້ງໃຫ້ຊາບວ່າ ໄດ້ຈັດວາງຫຼາຍມາດຕະການລົງໂທດ ແນໃສ່ ລັດເຊຍ ກ່ຽວຂ້ອງເຖິງບັ້ນການທະຫານພິເສດຂອງ ມົດສະກູ ຢູ່ ຢູແກຼນ, ພາຍຫຼັງທີ່ສະຫະພາບເອີຣົບ (ອີຢູ) ໄດ້ຈັດມາດຕະການຫຼ້າສຸດກ່ຽວກັບ ຄຳ ແລະ ບັນດາຜະລິດຕະພັນທີ່ເຮັດຈາກຄຳຂອງ ລັດເຊຍ.
ສະ​ວິດ​ ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ແນ​ໃສ່ ລັດ​ເຊຍ - ảnh 1ທຸງຊາດ ສະວິດ ແລະ ສະຫະພາບເອີຣົບ ຢູ່ Zurich, ສະວິດ (ພາບ: Reuters)

ແຈ້ງການຂອງລັດຖະບານ ສະວິດ ໃຫ້ຮູ້ວ່າ ບັນດາຕະການລົງໂທດໃໝ່ນີ້ ສ່ວນຫຼາຍແມ່ນກ່ຽວຂ້ອງເຖິງຄຳສັ່ງຫ້າມຊື້, ນຳເຂົ້າ ຫຼື ຂົນສົ່ງຄຳ ແລະ ບັນດາຜະລິດຕະພັນທີ່ເຮັດຈາກຄຳ ຂອງ ລັດເຊຍ. ບັນດາການບໍລິການທີ່ກ່ຽວຂ້ອງເຖິງປະເພດສິນຄ້າເຫຼົ່ານີ້ ຈະຖືກຫ້າມທັງໝົດ. ແຕ່ວ່າ, ລັດຖະບານ ສະວິດ ກໍເຜີຍໃຫ້ຮູ້ວ່າ ບັນດາຄຳສັ່ງລົງໂທດນີ້ ຈະບໍ່ລວມທັງທຸລະກຳ ແລະ ບ້ວງຊຳລະທີ່ກ່ຽວຂ້ອງເຖິງຜະລິດຕະພັນກະເສດ ແລະ ການສະໜອງນ້ຳມັນບໍ່ໃຫ້ບັນດາປະເທດທີສາມ ເພື່ອຫຼີກລ້ຽງການຂາດວັກຂາດຕອນໃນຊ່ອງທາງຊຳລະຕ່າງໆ. ນອກຈາກນັ້ນແລ້ວ, ລັດຖະບານ ສະວິດ ກໍ ແຈ້ງໃຫ້ຊາບວ່າ ໄດ້ອາຍັດຊັບສິນຂອງທະນາຄານໃຫຍ່ທີ່ສຸດຂອງ ລັດເຊຍ Sberbank, ກໍຄື ຫ້າມທະນາຄານນີ້ ສະໜອງທຶນ, ແຫຼ່ງກຳລັງທາງດ້ານເສດຖະກິດ ຫຼື ການບໍລິການທາງດ້ານເຕັກນິກ.

ຕອບກັບ

ຂ່າວ/ບົດ​ອື່ນ