ສະ​ວິດ​ ຕີ​ລາ​ຄາ​ສູງ ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ ຂອງ ຫວຽດ​ນາມ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ໃນກອງປະຊຸມຄະນະກຳມະການຮ່ວມມືລວມຕາມຂົງເຂດ ລະຫວ່າງ ອາຊຽນ - ສະວິດ ຄັ້ງທີ 5 ທີ່ໄດ້ຈັດຂຶ້ນທາງອອນລາຍ ໃນຕອນເຊົ້າວັນທີ 16 ຕຸລາ, ສອງຝ່າຍໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາເພີ່ມທະວີການຮ່ວມມືເຈລະຈາຕາມຂົງເຂດ ລະຫວ່າງ ອາຊຽນ - ສະວິດ.
ສະ​ວິດ​ ຕີ​ລາ​ຄາ​ສູງ ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ ຂອງ ຫວຽດ​ນາມ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ກອງປະຊຸມຄະນະກຳມະການຮ່ວມມືລວມຕາມຂົງເຂດ ລະຫວ່າງ ອາຊຽນ - ສະວິດ ຄັ້ງທີ 5  

ທີ່ກອງປະຊຸມ, ສະວິດ ໄດ້ຕີລາຄາສູງວ່າ ຫວຽດນາມ ແມ່ນປະເທດ ອາຊຽນ 2020 ໄດ້ສະແດງໃຫ້ເຫັນບົດບາດປະສານງານ, ຮັກສາບັນດາການເຄື່ອນໄຫວຮ່ວມມືພາຍໃນກຸ່ມ ກໍຄື ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກຂອງ ອາຊຽນ ໄດ້ເປັນຢ່າງດີ, ຈັດຕັ້ງສຳເລັດຫຼາຍກອງປະຊຸມສຳຄັນຂອງ ອາຊຽນ; ຍົກສູງບັນດາຄວາມມານະພະຍາຍາມໃນການຮ່ວມມື, ບັນດາຂໍ້ລິເລີ່ມ ແລະ ມາດຕະການຮັບມືຢ່າງການ, ມີປະສິດທິຜົນຂອງບັນດາປະເທດ ອາຊຽນ ໃນການຮັບມືກັບໂລກລະບາດໂຄວິດ - 19. ສະວິດ ກໍພວມພິຈາລະນາຄວາມສາມາດປະກອບສ່ວນເຂົ້າໃນກອງທຶນ ອາຊຽນ ເພື່ອຮັບມືກັບໂລກລະບາດໂຄວິດ - 19 ເມື່ອໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ, ພ້ອມທັງເຫັນດີຄວນເພີ່ມທະວີການຮ່ວມມື, ສ້າງເງື່ອນໄຂສະດວກໃຫ້ແກ່ດ້ານການຄ້າ, ການລົງທຶນ, ເພີ່ມທະວີລະບົບເຊື່ອມຕໍ່ເພື່ອແນໃສ່ຟື້ນຟູໃນທຸກດ້ານ ພາຍຫຼັງໂລກລະບາດໂຄວິດ - 19.

        ສະວິດຢັ້ງຢືນວ່າ ຈະສະໜັບສະໜູນການຮ່ວມມືຫຼາຍຝ່າຍ, ໃຫ້ຄຳໝັ້ນສັນຍາຖືການພົວພັນກັບ ອາຊຽນ ເປັນສຳຄັນ, ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ຢູ່ພາກພື້ນ, ພ້ອມທັງປາດຖະໜາຢາກສ້າງການພົວພັນຮ່ວມມືຢ່າງແໜ້ນແຟ້ນ ກັບ ອາຊຽນ

ເຮືອງຈ່າ - ນັກຂ່າວ VOV ປະຈຳ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ