ສະ​ວິດ ປ​າດ​ຖະ​ໜາ​ຢາກ​ບັນ​ລຸ​ໄດ້​ ສັນ​ຍາ​ການ​ຄ້າ​ເສ​ລີ FTA ກັບ ຫວຽດ​ນາມ

(VOVWORLD) -ສະວິດ ມີຄວາມປາດຖະໜາຢາກລົງນາມໃນສັນຍາການຄ້າເລ FTA ທີ່ຄ້າຍຄືກັນສັນຍາ ລະຫວ່າງ ຫວຽດນາມ ກັບ ສະຫະພາບເອີຣົບ, ຜ່ານນັ້ນ ຈະລົບລ້າງທຸກສິ່ງກີດຂວາງໃນການຈໍລະຈອນສິນຄ້າລະຫວ່າງສອງປະເທດ. ມີຂໍ້ບຸລິມະສິດອີກອັນໜຶ່ງແມ່ນສ້າງກອບນິຕິກຳ ທີ່ອຳນວຍຄວາມສະດວກ, ປະຕິບັດສິດຊັບສິນທາງປັນຍາໃຫ້ມີປະສິດທິຜົນ.
ສະ​ວິດ ປ​າດ​ຖະ​ໜາ​ຢາກ​ບັນ​ລຸ​ໄດ້​ ສັນ​ຍາ​ການ​ຄ້າ​ເສ​ລີ FTA ກັບ ຫວຽດ​ນາມ - ảnh 1ການນຳສອງປະເທດ ຕອບສຳພາດຕໍ່ນັກຂ່າວ ພາຍຫຼັງການໂອ້ລົມສົນທະນາ 

    ເມື່ອຕອບສຳພາດຕໍ່ນັກຂ່າວພາຍຫຼັງການໂອ້ລົມສົນທະນາໃນວັນທີ 26 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin ຕ່າງກໍຢັ້ງຢືນວ່າ ສອງປະເທດໄດ້ເຫັນດີເປັນເອກະພາບຈະສຳເລັດການເຈລະຈາສັນຍາ ຫວຽດນາມ ກັບກຸ່ມການຄ້າເສລີ ເອີຣົບ (EFTA). ທ່ານປະທານາທິບໍດີ ສະວິດ Guy Parmelin ຢັ້ງຢືນວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແມ່ນຂີດໝາຍພັດທະນາໃໝ່ໃນການພົວພັນລະຫວ່າງສອງປະເທດ:

        “ໃນການພົວພັນຂອງສະວິດ ກັບ ບັນດາປະເທດ ອາຊຽນ, ປັດຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຖັດຈາກ ສິງກະໂປ ແລະ ໄທ. ຫວຽດນາມ ກໍແມ່ນປະເທດບຸລິມະສິດໃນນະໂຍບາຍຮ່ວມມືເສດຖະກິດຂອງ ສະວິດ. ເປົ້າໝາຍຂອງໂຄງການໜູນຊ່ວຍຂອງກະຊວງເສດຖະກິດ ສະວິດ ແມ່ນຊ່ວຍໃຫ້ ຫວຽດນາມ ພັດທະນາແບບກວມລວມ ແລະ ຍືນຍົງກວ່າອີກ. ພວກເຮົາຍັງມີກາລະໂອກາດ ແລະ ກຳລັງບົ່ມຊ້ອນຫຼາຍຢ່າງຢູ່ທັງສອງຝ່າຍ. ຖ້າຫາກວ່າ ສອງຝ່າຍບັນລຸໄດ້ສັນຍາການຄ້າເສລີ, ແນ່ນອນວ່າກຳລັງບົ່ມຊ້ອນນັ້ນຈະເສີມຂະຫຍາຍຢ່າງມີປະສິດທິຜົນກວ່າອີກ. ມື້ນີ້, ພວກຂ້າພະເຈົ້າກໍໄດ້ປຶກສາຫາລືເພື່ອຊຸກຍູ້ການລົງນາມໃນສັນຍາການຄ້າລະຫວ່າງ ຫວຽດນາມ ແລະ EFTA ໃນເວລາໄວທີ່ສຸດ.”

        ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ການຮ່ວມມືລະຫວ່າງສອງປະເທດ ເຖິງວ່າມີການພັດທະນາແລ້ວກໍຕາມ ແຕ່ກໍຍັງບໍ່ສົມກັບກຳລັງບົ່ມຊ້ອນ.

        “ສອງຝ່າຍສະໜັບສະໜູນກັນຢ່າງແຮງ ແລະ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມວິສາຫະກິດສອງປະເທດ ເພີ່ມທະວີການຮ່ວມມື, ລົງທຶນ ດຳເນີນທຸລະກິດ ຢູ່ຕະຫຼາດຂອງກັນ, ເຫັນດີເປັນເອກະພາບເພື່ອປະຕິບັດສຳເລັດການເຈລະຈາສັນຍາ ລະຫວ່າງ ຫວຽດນາມ ກັບ EFTA ໂດຍໄວ. ພວກຂ້າພະເຈົ້າກໍໄດ້ເຫັນດີເປັນເອກະພາບ ເພີ່ມທະວີໃນບັນດາຂົງເຂດວິທະຍາສາດເຕັກໂນໂລຢີ, ການສຶກສາ, ບຳລຸງສ້າງໃຫ້ຫຼາຍກວ່າອີກ, ມຸ່ງໄປເຖິງການສ້າງຂອບເຂດການຮ່ວມມືຄູ່ຮ່ວມມືບຸລິມະສິດກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ, ຊຸກຍູ້ບັນດາໂຄງການຄົ້ນຄວ້າລວມໃນຂອບເຂດແຜນແມ່ບົດລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ກັບ ຄະນະກຳມະການແຫ່ງລັດ ກ່ຽວກັບບັນຫາສຶກສາ, ຄົ້ນຄວ້າປ່ຽນແປງໃໝ່ປະດິດຄິດສ້າງຂອງສະວິດ.”

        ກ່ຽວກັບການຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງສອງປະເທດ, ທ່ານປະທານາທິບໍດີ Guy Parmelin ໃຫ້ຮູ້ວ່າ: ສະວິດ ມີຄວາມປາດຖະໜາຢາກລົງນາມໃນສັນຍາການຄ້າເລ FTA ທີ່ຄ້າຍຄືກັນສັນຍາ ລະຫວ່າງ ຫວຽດນາມ ກັບ ສະຫະພາບເອີຣົບ, ຜ່ານນັ້ນ ຈະລົບລ້າງທຸກສິ່ງກີດຂວາງໃນການຈໍລະຈອນສິນຄ້າລະຫວ່າງສອງປະເທດ. ມີຂໍ້ບຸລິມະສິດອີກອັນໜຶ່ງແມ່ນສ້າງກອບນິຕິກຳ ທີ່ອຳນວຍຄວາມສະດວກ, ປະຕິບັດສິດຊັບສິນທາງປັນຍາໃຫ້ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ